ເຊື່ອມຊຶມເອກະສານກໍ່ສ້າງໜ່ວຍພັກປອດໃສ-ເຂັ້ມແຂງ-ໜັກແໜ້ນ

ປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມເອກະສານກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນໃນ ວັນທີ 8 ເມສາ 2019, ເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ບຸນປິງ ປັນຍາຈິດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆໄຊເສດຖາ, ມີຕາງໜ້າຈາກຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ, ຄະນະປະຈຳພັກເມືອງ, ເລຂາໜ່ວຍພັກຫ້ອງການຕ່າງໆ, ເລຂາພັກບ້ານ-ນາຍບ້ານ ທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.

ພິທີເຜີຍແຜ່ເອກະສານຄັ້ງນີ້, ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ, ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ, ໜ່ວຍພັກ; ພ້ອມທັງຮູ້ໄດ້ຢ່າງຖືກຕ້ອງຕໍ່ການສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໂຄງຮ່າງບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ ແລະ ທິດທາງແຜນການຕໍ່ໜ້າຂອງໜ່ວຍພັກ, ຮ່າງໃບສໍາຫຼວດສະມາຊິກພັກ, ໜ່ວຍພັກ ແລະ ຮ່າງສັງລວມການນັບຄະແນນປິດລັບ.

ເອກະສານນໍາມາເຜີຍແຜ່ ມີ: ຄຳສັ່ງເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄຳແນະນຳເລກທີ 291/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດຄຳ ສັ່ງເລກທີ 01 ຂອງກົມການເມືອງສູນການພັກ, ຄຳສັ່ງແນະນຳຂອງຄະນະປະຈຳພັກເມືອງ ເລກທີ 001/ຄພ.ມຊຖ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ສະໄໝທີ 7 ຂອງອົງຄະນະພັກເມືອງ.