ໃນໄລຍະປີຜ່ານມາ ເມືອງປາກແບງ ແຂວງອຸດົມໄຊ ແມ່ນມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແຕ່ກໍ່ປັດສະຈາກບໍ່ໄດ້ປະກົດການຫຍໍ້ທໍ້ເຊັ່ນ: ລັກຊັບ, ຊິງຊັບ ແລະ ຄ້າຂາຍຢາເສບຕິດ ສະແດງອອກໃນປີ 2018 ທົ່ວເມືອງມີຄະດີເກີດ ຂຶ້ນທັງໝົດ 64 ເລື່ອງ ສ້າງຄວາມເສຍຫາຍ 252 ລ້ານກວ່າກີບ.

ພັທ ຈັນທະວົງ ນິທອງລຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກແບງ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ວ່າ: ໃນ 1 ປີຜ່ານມາ ໄດ້ເຄື່ອນໄຫວເກັບກຳຂໍ້ມູນຂ່າວຕາມພື້ນທີ່ເປັນເປົ້າໝາຍໄດ້ 157 ຄັ້ງ ລົງຕິດຕາມຄຸ້ມຄອງເປົ້າໝາຍຕ່າງໆໄດ້ 111 ຄັ້ງ, ລົງກວດກາຄົນຕ່າງປະເທດຢູ່ແຕ່ລະຈຸດໄດ້ 133 ຄັ້ງ, ມີຄົນເຂົ້າ-ອອກເມືອງທັງໝົດ 29.498 ຄົນ ຍິງ 13.484 ຄົນ ມີຄະດີເກີດຂຶ້ນທັງໝົດ 64 ເລື່ອງ, ກັກຜູ້ຖືກຫາໄດ້ 79 ຄົນ ຍິງ 3 ຄົນ ແກ້ໄຂສຳເລັດແລ້ວ 47 ເລື່ອງ, ພວມດຳເນີນ 16 ເລື່ອງ, ລວມມູນຄ່າເສຍຫາຍປະມານ 252.500.000 ກີບ, ສາມາດເກັບກູ້ຄືນໃຫ້ເຈົ້າຂອງເດີມ ເປັນເງິນ 84.400.000 ກີບ, ລົດຈັກ 5 ຄັນ; ມ້າງຄະດີຄ້າຂາຍຢາເສບຕິດໄດ້ 4 ເລື່ອງ, ຢຶດຂອງກາງປະເພດຢາບ້າ ໄດ້ຈຳນວນ 4.697 ເມັດ, ມີຜູ້ຖືກຫາ 6 ຄົນ ແລະ ແກ້ ໄຂໄວລຸ້ນເສບສິ່ງເສບຕິດ ຈຳນວນ 9 ຄົນ. ນອກນີ້, ມີອຸບັດຕິເຫດເກີດຂຶ້ນ 27 ເລື່ອງ, ອຸບັດຕິເຫດທາງນ້ຳ ມີ 2 ເລື່ອງ, ເສຍຊີວິດ 3 ຄົນ, ອຸປະຕິເຫດ ທາງທ້ອງຖະໜົນ ມີ 25 ເລື່ອງ, ພາຫະ ນະເປ່ເພເລັກໜ້ອຍ 32 ຄັນ, ເປ່ເພ ສົມຄວນ 18 ຄັນ, ຄົນບາດເຈັບສາຫັດ 10 ຄົນ, ບາດເຈັບເລັກໜ້ອຍ 34 ຄົນ, ເສຍຊີວິດ 4 ຄົນ ລວມມູນຄ່າ ເສຫາຍ ປະມານ 388.000.000 ກວາກີບ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາ ເປັນປະທານ ໂດຍ ພັຕ ສົມເພັດ ເຜົ່າສຸພັນ ຫົວໜ້າກອງບັນຊາການ ປກສ ເມືອງປາກແບງ, ເຂົ້າຮ່ວມ ພັທ ສີວອນ ໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ບັນດາພະແນກ, ປກສ ບໍລິການປະຊາຊົນ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.