ອາທິດຜ່ານມາ, ບໍລິສັດ ໂອໂຕເວີນ (ໂຄລາວດີວິລັບພິງ ຈໍາກັດ) ໄດ້ນໍາເງິນ 20.000.000 ກີບ ມອບໃຫ້ກົມຕໍາ ຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເພື່ອປະກອບສ່ວນເຂົ້າໃນວຽກງານຫຼຸດຜ່ອນອຸບັດຕິເຫດໃນ ໄລຍະບຸນປີໃໝ່ລາວ ພສ 2562 ມອບໂດຍ ທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ອໍານວຍການໃຫຍ່ຝ່າຍການຂາຍ ແລະ ການຕະຫຼາດ ແລະ ກ່າວຮັບໂດຍ ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທັງນີ້, ກໍເພື່ອເປັນການປະກອບສ່ວນວຽກງານການຫຼຸດຜ່ອນອຸບັດຕິ ເຫດໃນໄລຍະປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້; ເຊິ່ງບໍລິສັດ ໂອໂຕເວີນ ເຫັນໄດ້ຄວາມໝາຍຄວາມສໍາຄັນກ່ຽວກັບວຽກງານດັ່ງກ່າວ ເພື່ອເປັນການປະກອບສ່ວນທາງດ້ານງົບປະມານກ່ຽວກັບວຽກງານການສັນຈອນ ແລະ ລົນນະ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ສຶກສາອົບຮົມແນະນໍາຜູ້ໃຊ້ ລົດ-ໃຊ້ຖະໜົນໃຫ້ເຂົ້າໃຈ ແລະ ເຄົາລົບກົດໝາຍ ກໍຄືກົດລະບຽບການສັນຈອນ ແລະ ກົດໝາຍທີ່ພົວພັນເຖິງການສັນຈອນໃຫ້ມີສະຕິໃນການຂັບຂີ່ຍານພາຫະນະ ເພື່ອຫຼຸດຜ່ອນອຸບັດຕິເຫດ.

ໂອກາດດັ່ງກ່າວນີ້, ພັທ ຄໍາເຫຼັກ ໄຊຍະສິດ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາທ່ານທີ່ໄດ້ນໍາເງິນມາ ປະກອບສ່ວນເຂົ້າໃນວຽກງານການເຄື່ອນໄຫວວິຊາສະເພາະໃນການລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ເພື່ອເຮັດໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າ, ພະນັກງານ-ລັດຖະກອນຮັບຮູ້ ແລະ ເຂົ້າໃຈ ພ້ອມທັງປະຕິບັດກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ ເພື່ອຮັບປະກັນເຮັດໃຫ້ບັນຫາອຸບັດຕິເຫດທາງທ້ອງຖະໜົນນັບມື້ຫຼຸດໜ້ອຍຖອຍລົງ.