ເຈົ້າໜ້າທີ່ກອງຕໍາຫຼວດຈະລາຈອນ ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ກຽມຄວາມພ້ອມຮັກສາຄວາມເປັນລະບຽບຮຽບຮ້ອຍການສັນຈອນ ໃນໄລຍະປີໃໝ່ລາວ ເພື່ອສະກັດກັ້ນບັນຫາອຸບັດຕິເຫດທີ່ຈະເກີດຂຶ້ນ.

ຮອ ຄໍາໃບ ແກ້ວພາວົງ ຮອງຫົວໜ້າພະແນກຕຳຫຼວດ ຜູ້ຊີ້ນຳວຽກງານຈະລາຈອນ ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ໃນວັນທີ 3 ເມສາ 2019 ນີ້ວ່າ: ເພື່ອເຮັດໃຫ້ການສັນຈອນບົນທ້ອງຖະໜົນຫຼວງໃນໄລຍະບຸນປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ທາງໜ່ວຍງານຈະລາຈອນໄດ້ມີການຈັດຕັ້ງປະຕິບັດສະກັດກັ້ນການເກີດອຸບັດຕິເຫດ ໂດຍສະເພາະແມ່ນໄລຍະແຕ່ວັນ ທີ 12-18 ເມສາ 2019 ໄດ້ວາງແຜນປ້ອງກັນການນໍາໃຊ້ລົດ-ໃຊ້ຖະໜົນຂອງບັນດານັກຂັບຂີ່ເປັນຕົ້ນແມ່ນ ໄດ້ໂຄສະນາເຜີຍແຜ່ລະບຽບການສັນຈອນຕາມທ້ອງຖະໜົນ ດ້ວຍຫຼາຍຮູບແບບໂດຍນໍາໃຊ້ຮູບພາບ, ອອກແຈ້ງການຜ່ານລະບົບໂທລະໂຄ່ງຊຸມຊົນ ເພື່ອເຕືອນສະຕິບັນດານັກຂັບຂີ່ໃຫ້ປະຕິບັດລະບຽບການສັນຈອນ, ສໍາລັບຜູ້ຂັບຂີ່ໃນຍາມມຶນເມົາ ແມ່ນຈະໄດ້ໃຊ້ມາດຕະ ການທີ່ເດັດຂາດກວ່າທຸກປີ.

ສ່ວນຈຸດທີ່ມີຄວາມສ່ຽງເກີດອຸບັດຕິເຫດນັ້ນ ແມ່ນຈະໄດ້ວາງກຳລັງລົງໃສ່ແຕ່ລະຈຸດ, ພ້ອມຈັດວາງກໍາລັງລົງເຄື່ອນໄຫວຕັກເຕືອນມວນຊົນທີ່ຫຼິ້ນນໍ້າໃນຂອບເຂດທາງຫຼວງ, ທາງຊອຍ ບໍ່ໃຫ້ຫຼິ້ນແບບຊະຊາຍ ແລະ ບໍ່ຖືກຕາມລະບຽບການ, ພ້ອມດຽວກັນນັ້ນ ກໍຈະໄດ້ປະສານງານກັບຈະລາຈອນແຂວງ ເພື່ອເຮັດໃຫ້ການປະຕິບັດງານມີຄວາມຄ່ອງຕົວຂຶ້ນ.

ໃນປີຜ່ານມາ, ເມືອງສາມັກຄີໄຊ ມີອຸບັດຕິເຫດເກີດຂຶ້ນທັງໝົດ 4 ຄັ້ງ, ພາຫະນະເປ່ເພ 7 ຄັນ, ຄົນບາດເຈັບ ເລັກໜ້ອຍ 11 ຄົນ ແລະ ບໍ່ມີຜູ້ເສຍຊີວິດ, ໂອກາດນີ້ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງໃຫ້ບັນດານັກຂັບຂີ່ໃຫ້ມີສະຕິໃນການຂັບພາຫະນະ, ເອົາໃຈໃສ່ປະຕິບັດລະບຽບການສັນຈອນ, ເດັດຂາດໃນເວ ລາມຶນເມົາບໍ່ໃຫ້ຂັບຂີ່ພາຫະນະດ້ວຍຕົນເອງ ເນື່ອງຈາກມີຄວາມສ່ຽງຫຼາຍທີ່ຈະເກີດອຸບັດຕິເຫດ, ໃຫ້ຄວາມຮ່ວມມື ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດໂຄງການຂັບຂີ່ປອດໄພຕາມທ້ອງຖະໜົນຫຼວງໃນໄລຍະປີໃໝ່ລາວທີ່ຈະມາເຖິງນີ້ໃຫ້ເປັນລະບຽບຮຽບຮ້ອຍສະຫງົບ-ປອດໄພ.