ພັທ ສີເວີນ ແກ້ວສີວົງສາ ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງ

ເພື່ອລະນຶກເຖິງມູນເຊື້ອອັນພິລະອາດຫານ ແລະ ຕໍ່ສູ້ມີໄຊຂອງ ກຳລັງປ້ອງກັນຄວາມສະຫງົບ ທີ່ຍາດມາໄດ້ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານທັງເກົ່າ ແລະ ໃໝ່ ພ້ອມທັງເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ, ມາໃນຕອນເຊົ້າຂອງວັນທີ 5 ເມສາ 2019 ທີ່ຜ່ານມາ ກອງບັນຊາການ ປກສ ແຂວງອັດຕະປື ຈຶ່ງໄດ້ຈັດພິທີປາຖະກາຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ (5 ເມສາ 1961 – 5 ເມສາ 2019) ຂຶ້ນຢ່າງເປັນທາງການ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນ ກອງບັນຊາການ ປກສ ແຂວງ, ໃຫ້ກຽດຂຶ້ນບັນຍາຍເອກະສານເລົ່າຄືນມູນເຊື້ອວັນສຳຄັນດັ່ງກ່າວໂດຍ ພັທ ສີເວີນ ແກ້ວສີວົງສາ ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ 136 ສະຫາຍ, ຍິງ 26 ສະຫາຍ.

ພິທີປາຖະກາຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ

ທ່ານ ພັທ ສີເວີນ ແກ້ວສີວົງສາ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນພິລະອາດຫານ ໃນໄລຍະຂອງການຕໍ່ສູ້ກູ້ຊາດ ກໍຄືໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ວ່າ:

Visual Composer Website Builder

ເວລາໃດພັກ – ລັດ ກໍໄດ້ເອົາໃຈໃສ່ອົບຮົມບົ່ມສອນ, ຖະນຸບຳລຸງ ແລະ ກໍ່ສ້າງໃຫ້ເຕີບໃຫຍ່ເຂັ້ມແຂງ ນັບທັງປະລິມານ ແລະ ຄຸນນະພາບ, ສາມາດປົກປັກຮັກສາສະຖຽນລະພາບທາງດ້ານເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຈົນໄດ້ຮັບຄວາມໄວ້ວາງໃຈຈາກພັກ – ລັດ ແລະ ປະຊາຊົນບັນດາເຜົ່າ ມາເທົ່າທຸກວັນນີ້.

ນອກຈາກນັ້ນ, ທ່ານກໍຍັງໄດ້ເລົ່າເຖິງມູນເຊື້ອຂອງ ການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ຄົບຮອບ 55 ປີ (9 ເມສາ 1964 – 9 ເມສາ 2019) ຕື່ມອີກ.

ທັງນີ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອວັນສຳຄັນດັ່ງກ່າວ, ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມທີ່ບັນພະບຸລຸດເຮົາສ້າງມາ ໃຫ້ຢູ່ຍືນຍົງຄູ່ກັບ ກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄປ.

ມອບໃບຍ້ອງຍໍຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ໃນພິທີທີ່ມີຄວາມໝາຍ – ຄວາມສຳຄັນດັ່ງກ່າວ, ກອງບັນຊາການ ປກສ ແຂວງ ຍັງໄດ້ປະຕິບັດນະໂຍບາຍຍ້ອງຍໍຕໍ່ຜູ້ມີຜົນງານດີເດັ່ນ ໃນການປະກອບສ່ວນປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 28 – 29 ນີ້ ທີ່ລາວເຮົາເປັນເຈົ້າພາບ ຈຳນວນ 675 ສະຫາຍ. ໃນນີ້, ໄດ້ຮັບໃບຍ້ອງຍໍຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 335 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍຈາກ ກົມໃຫຍ່ການເມືອງ ຈຳນວນ 340 ສະຫາຍ.

ມອບໃບຍ້ອງຍໍຈາກ ກົມໃຫຍ່ການເມືອງ

ໃນຕອນທ້າຍພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ພັທ ສີເວີນ ແກ້ວສີວົງສາ ຕື່ມອີກ.