ພະຍາດຮັດ ລະບາດຢ່າງໜັກ ໃນ ສະຫະລັດ ອາເມລິກາ

ເວັບໄຊໜັງສືພິມ ວໍຊີງຕັນໂພສ ລາຍງານ ໃນວັນທີ 9 ເມສາ ວ່າ: ຈົນເຖິງຂະນະນີ້ ມີຜູ້ເປັນພະຍາດຮັດແລ້ວ 1 ໃນ 3 ຂອງປະເທດ, ຄວບຄຸມພື້ນທີ່ທາງຝັ່ງຕາເວັນຕົກ ແລະ ຕາເວັນອອກ, ເຂດມິດເວສ ທາງພາກໃຕ້ ແລະ ພື້ນທີ່ຮາບພຽງ, ໃນຈຳນວນນີ້ມີ 4 ລັດ ທີ່ພົບຜູ້ເຈັບເປັນຄັ້ງທຳອິດ ໃນປີນີ້ ແລະ ຜູ້ເຈັບເປັນສ່ວນຫຼາຍ ເປັນເດັກໜ້ອຍ.

ສະຫະລັດ ອາເມລິກາ ປະກາດໃນປີ 2000 ວ່າ:

ປາສະຈາກພະຍາກຮັດແລ້ວ ແຕ່ກັບພົບຜູ້ເຈັບເປັນເພີ່ມຂຶ້ນ ໃນປີ 2014 ທີ່ພົບຫຼາຍເຖິງ 667 ຄົນ ສູງທີ່ສຸດນັບຕັ້ງແຕ່ເຂົ້າສູ່ ສະຕະວັດທີ 21 ເຊິ່ງພົບຜູ້ເຈັບເປັນມື້ລະ 1,83 ຄົນ ແຕ່ປີນີ້ພົບຜູ້ເຈັບເປັນສະເລ່ຍ ມື້ລະ 4,84 ຄົນ ແລະ ຖ້າຫາກທ່າອ່ຽງຍັງເປັນແບບນີ້ຕໍ່ໄປ ຈຳນວນຜູ້ເປັນພະຍາດໃນປີນີ້ ອາດແຊງໜ້າປີ 2014 ໃນເດືອນມິຖຸນານີ້.

ປີນີ້ພົບຜູ້ເຈັບເປັນສະເລ່ຍ ມື້ລະ 4,84 ຄົນ
ປີນີ້ພົບຜູ້ເຈັບເປັນສະເລ່ຍ ມື້ລະ 4,84 ຄົນ

ຜູ້ຊ່ຽວຊານດ້ານສາທາລະນະສຸກ ຊີ້ວ່າ:

ຈຳນວນຜູ້ເຈັບເປັນເພີ່ມຫຼາຍຂຶ້ນ ເພາະເດັກໜ້ອຍບໍ່ໄດ້ຮັບການສີດວັກຊີນ ເນື່ອງຈາກຜູ້ປົກຄອງລັງເລ ຫຼື ບໍ່ຍອມໃຫ້ສີດ ຕາມກະແສຕໍ່ຕ້ານການສີດວັກຊີນ ທີ່ເຜີຍແຜ່ຄວາມເຂົ້າໃຈຜິດໆໄປທົ່ວໂລກ.

ຈາກຜົນການສຶກສາ ໃນປີຜ່ານມາ ພົບວ່າ:

18 ລັດ ອະນຸຍາດໃຫ້ຜູ້ປົກຄອງສາມາດເລືອກ ທີ່ຈະບໍ່ໃຫ້ລູກຫຼານສີດວັກຊີນຕາມຂໍ້ກຳນົດຂອງໂຮງຮຽນ ໂດຍອ້າງເລື່ອງເຫດຜົນທາງສາສະໜາ ຫຼື ຄວາມເຊື່ອ.

ສ່ວນທີ່ເມືອງຣັອກແລນ ຈຸດທີ່ມີພະຍາດຮັດລະບາດຫຼາຍທີ່ສຸດ ໃນລັດນິວຢອກ ສານສັ່ງຍົກເລີກຄຳສັ່ງຂອງທາງການ ທີ່ຫ້າມເດັກບໍ່ໄດ້ສີດວັກຊີນ ໄປໃນທີ່ສາທາລະນະ ເພາະຖືກຜູ້ປົກຄອງຍື່ນຟ້ອງວ່າ ລະເມີດສິດທິ.

ຜູ້ປົກຄອງສ່ວນຫຼາຍ ເລືອກທີ່ຈະບໍ່ໃຫ້ລູກຫຼານສີດວັກຊີນ

ທັ້ງນີ້, ທາງດ້ານສະພານິຕິບັນຍັດ ໃນຫຼາຍລັດ ກຳລັງພິຈາລະນາມາດຕະການເຂັ້ມງວດ ລະບຽບການສີດວັກຊີນ ຫຼື ຍົກເລີກການອະນຸຍາດໃຫ້ຜູ້ປົກຄອງເລືອກ ທີ່ຈະບໍ່ໃຫ້ລູກຫຼາຍສີດວັກຊີນ; ຂະນະທີ່ ອົງກອນ ແລະ ໜ່ວຍງານຕ່າງໆ ເດີນໜ້າລໍນະລົງໃຫ້ປະຊາຊົນ ຄຳນຶງເຖິງອັນຕະລາຍຂອງການລັງເລທີ່ຈະສີດວັກຊີນ ເຊິ່ງເປັນເລື່ອງທີ່ ອົງການອະນາໄມໂລກ ຈັດໃຫ້ເປັນ 1 ໃນ 10 ໄພຄຸກຄາມໂລກ ໃນປີນີ້.

Visual Composer Website Builder