ໃນວັນທີ 8 ເມສາ ທີ່ຜ່ານມາ, ບໍລິສັດ ຮອນດາ ຜູ້ຜະລິດລົດຍົນຈາກປະເທດຍີ່ປຸ່ນ ເປີດເຜີຍວ່າ: ຮອນດາ ຕັດສິນໃຈຢຸດການຜະລິດລົດຍົນໃນຕັວກກີ ຫຼັງຈາກການຜະລິດລົດຍົນຮອນດາ ລຸ່ນຊີວິກຊີດານ ຈະດຳເນີນການສຳເລັດ ໃນປີ 2021 ດ້ວຍເຫດຜົນ ທ່າອ່ຽງອຸດສາຫະກຳການຜະລິດລົດຍົນທົ່ວໂລກ ເນັ້ນພັດທະນາລົດຍົນພະລັງງານໄຟຟ້າ ຂະນະທີ່ ຮອນດາ ໝັ້ນໃຈປະສິດທິພາບການຜະລິດທີ່ມີຢູ່ຢ່າງພຽງພໍ.

ຖະແຫຼງການ ບໍລິສັດ ຮອນດາ ລະບຸວ່າ:

ໂຮງງານຮອນດາ ທີ່ປະເທດຕັວກກີ ສາມາດຜະລິດລົດຍົນໄດ້ເຖິງ 38.000 ຄັນຕໍ່ປີ ເຊິ່ງການດຳເນີນງານປິດໂຮງງານດັ່ງກ່າວ ຈະບໍ່ສົ່ງຜົນຕໍ່ການຜະລິດລົດຈັກຮອນດາ ລວມເຖິງການນຳເຂົ້າ ແລະ ຈຳໜ່າຍລົດຍົນໃນຕັວກກີ.

ກ່ອນໜ້ານີ້, ຮອນດາ ໄດ້ປະກາດແຜນຈະປິດໂຮງງານ ທີ່ເມືອງສະວິນດັນ ທາງທິດຕາເວັນຕົກສຽງໃຕ້ຂອງອັງກິດ ໃນປີ 2021 ເຊັ່ນກັນ ໂດຍໂຮງງານແຫ່ງນີ້ໄດ້ເຮັດການຜະລິດລົດຍົນຮອນດາ ລຸ່ນແຈ໋ສ ຊີອາ-ວີ ຊີວິກແຮສແບັກ ເພື່ອສົ່ງໄປຈຳໜ່າຍໃນເອີຣົບ ແລະ ຜະລິດລົດຍົນຮອນດາ ລຸ່ນຊີວິກອາ ເອບເຄ 8 ສົ່ງໄປຈຳໜ່າຍທົ່ວໂລກ.

Visual Composer Website Builder

ການປັບໂຄງສ້າງຄັ້ງນີ້ ເກີດຂຶ້ນຫຼັງຈາກ ຮອນດາ ໃຫ້ຄຳໝັ້ນຈະຜະລິດລົດຍົນໄຟຟ້າ ເພື່ອສະໜອງການປ່ຽນແປງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ໃນອຸດສາຫະກຳລົດຍົນລະດັບໂລກ ແລະ ໄດ້ເຮັດໃຫ້ ຮອນດາ ທົບທວນແຜນການຜະລິດລົດຍົນໃນໂຮງງານຂອງຮອນດາ ທີ່ມີຢູ່ທົ່ວໂລກ ແລະ ເນັ້ນເພີ່ມມູນຄ່າໃຫ້ກັບຜະລິດຕະພັນຂອງຮອນດາແທນ.