ງານສັບປະດາແຫ່ງຊາດເພື່ອຄວາມປອດໄພທາງຖະໜົນ ຈັດຂຶ້ນໃນວັນທີ 6 ເມສາ 2019 ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້ ” ຊີວິດປອດໄພຮ່ວມໃຈ ປ້ອງກັນອຸບັດຕິເຫດ ” ຈຸດປະສົງຍົກ ໃຫ້ເຫັນເຖິງໄພອັນຕະລາຍຈາກການ ເກີດອຸບັດຕິເຫດ, ມີ ທ່ານ ວຽງສະຫວັນ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາມວນຊົນເຂົ້າຮ່ວມ.

ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ຮອງຫົວໜ້າກອງເລຂາ ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໃຫ້ຮູ້ວ່າ: ຈຸດປະສົງໃນການຈັດງານເພື່ອປຸກລະດົມໃຫ້ທຸກພາກສ່ວນ ແລະ ທຸກຊັ້ນຄົນໃນສັງຄົມໃຫ້ຄວາມສໍາຄັນໃນການປະຕິບັດກົດລະບຽບຈະລາຈອນເວລາຂັບຂີ່ພາຫະນະຕາມທ້ອງຖະໜົນ ແລະ ເຫັນໄດ້ເຖິງໄພອັນຕະລາຍຈາກການເກີດອຸບັດຕິເຫດ ເຊິ່ງໄດ້ສ້າງຄວາມເສຍຫາຍຈໍານວນຫຼວງຫຼາຍຕໍ່ຊີວິດ ແລະ ຊັບສິນ; ການເກີດອຸບັດຕິເຫດຢູ່ລາວ ໃນແຕ່ລະປີມີຜູ້ເສຍຊີວິດຫຼາຍກວ່າ 1.000 ຄົນ ແລະ ຜູ້ໄດ້ຮັບບາດເຈັບຫຼາຍກວ່າ 8.000 ຄົນ, ເຊິ່ງຕາມການຄິດໄລ່ຂອງອົງການອະນາໄມໂລກ ຜູ້ເສຍຊີວິດ ແລະ ບາດເຈັບ 1 ຄົນ ເທົ່າ ກັບ 70 ເທື່ອ ຂອງ GDP. ສະນັ້ນ, ການ ຈັດງານສັບປະດາແຫ່ງຊາດຄວາມປອດໄພທາງຖະໜົນໃນແຕ່ລະປີ ຈຶ່ງຈໍາເປັນ ແລະ ມີຄວາມໝາຍສໍາຄັນ.

ທ່ານຮອງລັດຖະມົນຕີກະຊວງ ຍທຂ ກ່າວວ່າ: ສະພາບການເກີດອຸບັດຕິເຫດຕາມທ້ອງຖະໜົນ ເປັນປະກົດການຫຍໍ້ທໍ້ໃນສັງຄົມສົ່ງຜົນກະທົບຕໍ່ ເສດຖະກິດ. ສະນັ້ນ, ເພື່ອຍົກສູງສະຕິຕໍ່ຄວາມປອດໄພທາງຖະໜົນ ຈຶ່ງກໍານົດເອົາວັນທີ 1-7 ເມສາ ຂອງທຸກໆປີເປັນວັນສັບປະດາແຫ່ງຊາດ ເພື່ອຄວາມປອດໄພທາງຖະໜົນ, ການຈັດງານດັ່ງກ່າວທັງເປັນການປຸກລະດົມໃຫ້ທຸກພາກສ່ວນ ແລະ ທຸກຊັ້ນຄົນໃນສັງຄົມ ເຫັນໄດ້ເຖິງໄພອັນຕະລາຍຂອງການເກີດອຸບັດຕິເຫດຕາມທ້ອງຖະໜົນ.

ໃນພິທີ ຍັງໄດ້ຕັດແຖບຜ້າ, ປ່ອຍປຸມເປົ້າເປີດຂະບວນຍ່າງຂອງກ້ອນມວນຊົນ ໂດຍເລີ່ມຈາກປະຕູໄຊຫາໄຟອໍານາດຫໍຄໍາ ແລະ ກັບຄືນສູ່ປະຕູໄຊ. ນອກນີ້ ກໍຍັງຈັດກິດຈະກໍາຖາມ-ຕອບຄວາມກ່ຽວກັບຄວາມຮູ້ກົດລະບຽບຈະລາຈອນ ເພື່ອຊີງເອົາໝວກກັນກະທົບ, ເສື້ອ ແລະອື່ນໆ.

ຂ່າວ: ບຸນຖິນ