ຈີນ – ອີຢູ ຢຶດໝັ້ນໃນພະຫຸພາຄີ ແລະ ສົ່ງເສີມການຄ້າລະຫວ່າງກັນ

0
863

ໃນວັນທີ 10 ເມສາ, ຈີນ ແລະ ສະຫະພາບເອີຣົບ (EU) ໄດ້ບັນລຸການຕົກລົງຄັ້ງສຳຄັນ ທັ້ງທາງດ້ານທະວິພາຄີການຮ່ວມມືໃນອະນາຄົດ ແລະ ການສະໜັບສະໜູນແນວທາງພະຫຸພາຄີຕໍ່ໄປ ໃນລະຫວ່າງກອງປະຊຸມປະຈຳປີ ທີ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ.

ນາຍົກລັດຖະມົນຕີ ຫຼີ ເຄີສຽງ ຂອງຈີນ, ທ່ານ ໂດໂນ ທັສ ປະທານສະຫະພາບເອີຣົບ ແລະ ທ່ານ ຢອງ-ໂຄຼດ ຢຸງເກີ ປະທານຄະນະກຳມາທິການເອີຣົບ ເປັນປະທານຮ່ວມໃນກອງປະຊຸມ ຈີນ-ອີຢູ ຄັ້ງທີ 21 ໂດຍທັງສອງຝ່າຍ ຕົກລົງຈະຂະຫຍາຍການຮ່ວມມື ໃນຜົນປະໂຫຍດທີ່ມີຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອນຳໄປສູ່ການຮ່ວມມືທີ່ໄດ້ປະໂຫຍດກັນທຸກຝ່າຍ, ສົ່ງເສີມເສດຖະກິດໂລກ ແລະ ພະຫຸພາຄີທາງການຄ້າ ລວມເຖິງຕອບຕ້ານນະໂຍບາຍທາງການຄ້າ ແລະ ການດຳເນີນນະໂຍບາຍແຕ່ພຽງຝ່າຍດຽວ ເພື່ອຍົກລະດັບການບໍລິຫານຈັດການໂລກ ໃນການຮັກສາໄວ້ເຊິ່ງສັນຕິພາບ ແລະ ເສລີພາບທົ່ວໂລກ.

ດ້ານທະວິພາຄີການຮ່ວມມືໃນອະນາຄົດ ແລະ ການສະໜັບສະໜູນແນວທາງພະຫຸພາຄີ
ດ້ານທະວິພາຄີການຮ່ວມມືໃນອະນາຄົດ ແລະ ການສະໜັບສະໜູນແນວທາງພະຫຸພາຄີ

ໃນດ້ານການຄ້າຈີນ ແລະ ອີຢູ ສັນຍາວ່າ:

Visual Composer Website Builder

ຈະເປີດຕະຫຼາດໃຫ້ຫຼາຍຂຶ້ນ ແລະ ສະໜັບສະໜູນລະບົບການຄ້າພະຫຸພາຄີ ຕາມລະບຽບອົງການການຄ້າໂລກ, ພ້ອມນັ້ນ ທັງສອງຝ່າຍ ຍັງຕົກລົງສະໜັບສະໜູນໂຄງການເສັ້ນທາງສາຍໄໝໃໝ່ຂອງຈີນ ແລະ ກົນລະຍຸດຂອງອີຢູ ໃນນະໂຍບາຍເຊື່ອມຕໍ່ ເອີຣົບ ແລະ ອາຊີ.