ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະສຸກ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານເອດ ປະຈໍາປີ 2019 ທີ່ຫໍວັດທະນະທໍາແຫ່ງຊາດ ໃນ ວັນທີ 5 ມີນາ 2019 ເປັນປະທານໂດຍທ່ານ ຮສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອດ, ມີ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂກພາຍໃນ ແລະ ຕ່າງປະເທດ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ຈາກ 18 ກະຊວງ, 22 ກົມກອງ, ພະນັກງານອ້ອມຂ້າງກະຊວງ, ນັກສຶກສາ ແລະ ນັກຮຽນເຂົ້າຮ່ວມ.


ທ່ານ ຮສຈ ດຣ ບຸນກອງ ສີຫາວົງ ກ່າວວ່າ: ພິທີດັ່ງກ່າວ ຈັດຂຶ້ນເພື່ອເປັນການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ (HIV) ພະຍາດເອດ, ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ໃຫ້ທຸກຄົນມີສິດເຂົ້າເຖິງການບໍລິການສຸຂະພາບທີ່ມີ ຄຸນນະພາບ, ຮັບຮູ້ວ່າການກວດເລືອດເທົ່ານັ້ນ ຈຶ່ງຈະສາມາດຮັບຮູ້ໄດ້ສະຖານະການຕິດເຊື້ອເຮສໄອວີ. ດັ່ງນັ້ນ, ຜູ້ທີ່ມີຄວາມສ່ຽງຈະຕ້ອງໄດ້ເຂົ້າເຖິງການບໍລິການກວດເລືອດ, ເພື່ອໃຫ້ບັນລຸເປົ້າໝາຍ 90-90-90 ໃນປີ 2020; 90 ທີ 1 ໝາຍຄວາມວ່າທຸກຄົນທີ່ມີຄວາມສ່ຽງຈະຕ້ອງໄດ້ເຂົ້າເຖິງການບໍລິການກວດເລືອດ ແລະ ຮູ້ສະຖານະຂອງການຕິດເຊື້ອ, 90 ທີ 2 ຜູ້ທີ່ຕິດເຊື້ອ ເຮສໄອວີ ຈະຕ້ອງໄດ້ເຂົ້າເຖິງການປິ່ນປົວດ້ວຍຢາຕ້ານຈຸລະໂລກເອດ ( ARV ), 90 ທີ 3 ຜູ້ທີ່ໄດ້ຮັບການປິ່ນປົວຈະຕ້ອງໄດ້ປິ່ນປົວໃຫ້ດີ, ເຊິ່ງເຮັດໃຫ້ຈໍານວນເຊື້ອຈຸລະໂລກໃນເລືອດຫຼຸດລົງໜ້ອຍກວ່າ 1.000 ໂຕຕໍ່ໄມໂຄລິດ ແລະ ເພື່ອຈະຢຸດການແພ່ລະບາດຂອງເຊື້ອເຮສ ໄອວີ ໃນປີ 2030.

ປັດຈຸບັນ, ຕົວເລກຜູ້ຕິດເຊື້ອຍັງສືບຕໍ່ຫຼາຍຂຶ້ນໃນແຕ່ລະປີໃນທົ່ວໂລກ, ສໍາລັບ ສປປ ລາວ ມາຮອດທ້າຍເດືອນມິຖຸນາ 2018 ມີຈໍານວນຜູ້ຕິດເຊື້ອຈາກການລາຍງານທັງໝົດ 11.980 ຄົນ, ຈໍານວນຜູ້ເປັນພະຍາດເອດ 9.900 ຄົນ ແລະ ເສຍຊີວິດແລ້ວ 2.080 ຄົນ. ໃນນີ້, 88% ຂອງການຕິດເຊື້ອແມ່ນທາງເພດສໍາພັນທີ່ບໍ່ປອດ ໄພລະຫວ່າງຊາຍກັບຍິງ, 4,8% ຈາກແມ່ຫາລູກ, 2,9% ຈາກມີເພດສໍາພັນລະຫວ່າງຊາຍ ກັບຊາຍ ແລະ ມາ ຮອດປັດຈຸບັນທາງກະຊວງສາມາດຂະຫຍາຍຕາໜ່າງການໃຫ້ຄໍາປຶກສາ ແລະ ກວດເລືອດ ທັງໝົດ 198 ແຫ່ງ.

ໃນນີ້, ຂັ້ນແຂວງ, ສູນບໍລິການສຸຂະພາບ, ໂຮງໝໍທະຫານ ແລະ ຕໍາຫຼວດ, ຂັ້ນເມືອງ ແລະ ສຸກສາລາຈໍານວນ ໜຶ່ງແມ່ນສາມາດໃຫ້ບໍລິການກວດເລືອດຊອກຫາເຮສໄອວີ ໄດ້ແລ້ວ. ນອກນີ້, ຍັງມີສູນປິ່ນປົວພະຍາດເອດດ້ວຍຢາ ARV ຈໍານວນ 11 ແຫ່ງ ໃນ 8 ແຂວງ ຄື: ໂຮງໝໍແຂວງສະຫວັນນະເຂດ, ໂຮງໝໍເຊດຖາທິຣາດ, ໂຮງໝໍເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂຮງໝໍແຂວງບໍ່ແກ້ວ, ໂຮງໝໍແຂວງຫຼວງນໍ້າທາ, ໂຮງໝໍມະໂຫສົດ, ໂຮງໝໍແຂວງຫຼວງພະບາງ, ໂຮງໝໍແຂວງຈໍາປາສັກ, ໂຮງໝໍແຂວງຄໍາມ່ວນ, ໂຮງໝໍແຂວງຫົວພັນ ແລະ ໂຮງໝໍມິດຕະ ພາບ.