ກະຊວງ ປກສ ໄດ້ຈັດກອງປະຊຸມກຽມຄວາມພ້ອມປ້ອງກັນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ລະຫວ່າງວັນທີ 13-17 ເມສາ 2019 ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຕາງໜ້າຫ້ອງວ່າການກະຊວງ, ກົມໃຫຍ່, ກອງບັນຊາການ, ວິທະຍາຄານ, ກົມ-ກອງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.


ພົຈວ ສົມວັນ ສາຍລ້ອງພາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ຫົວໜ້າຄະນະກອງເສນາຊ່ວຍວຽກປ້ອງ ກັນບຸນປີໃໝ່ ພສ 2562 ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການປ້ອງກັນງານສະຫຼອງບຸນປະເພນີປີໃໝ່ລາວ ພສ 2562 ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພຮອບດ້ານ, ທັງເປັນການ ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມໃຫ້ຍືນຍົງຄົງຢູ່ກັບຊາວລາວເຮົາຕະຫຼອດໄປ ເວົ້າລວມ, ເວົ້າສະເພາະ ກໍຄືຊາວນະ ຄອນຫຼວງວຽງຈັນ ທີ່ໄດ້ສືບທອດກັນມາແຕ່ບູຮານນະ ການ ພ້ອມທັງເປັນການເສີມສ້າງຄວາມສາມັກຄີຮັກແພງ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນຳພັກ-ລັດ, ຜູ້ອາວຸໂສ ຊົງຄຸນວຸດທິ, ພໍ່-ແມ່ພີ່ນ້ອງ ເພື່ອນມິດສະຫາຍ ໄດ້ຖືໂອກາດນີ້ເປັນການສ້າງບັນຍາກາດທີ່ດີ, ສ້າງຄວາມສາ ມັກຄີ ແລະ ອວຍພອນໄຊອັນປະເສີດເຊິ່ງກັນແລະກັນ.

ດັ່ງນັ້ນ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຜ່ານແຜນປ້ອງກັນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ເພື່ອກຽມຄວາມພ້ອມປ້ອງກັນງານສົງການໃຫ້ມີຄວາມສະຫງົບ-ປອດໄພ ແລະ ໃຫ້ແຕ່ລະກົມກອງເປັນ ເຈົ້າການໃນການປ້ອງກັນ ແລະ ພ້ອມກັນປະກອບຄຳຄິດຄຳເຫັນໃສ່ແຜນດັ່ງກ່າວໃຫ້ຄົບຖ້ວນສົມບູນ ເພື່ອຈະນຳໄປເຜີຍແຜ່ໃຫ້ແຕ່ລະກົມ-ກອງຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແນ່ໃສ່ຮັບປະກັນຄວາມສະຫງົບ, ຄວາມປອດໄພຮອບດ້ານຢູ່ໃນສັງຄົມ, ມີສະຕິໃນການປະຕິບັດລະບຽບຂອງກຳລັງເດັດຂາດ ບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ, ຖ້າຫາກເກີດປະກົດການຫຍໍ້ທໍ້ຂຶ້ນບ່ອນໃດແມ່ນບ່ອນນັ້ນຮັບຜິດຊອບ, ໃຫ້ກົມກອງວິຊາສະເພາະເອົາໃຈໃສ່ກຳແໜ້ນທຸກການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ພ້ອມທັງມີວີທີການແກ້ໄຂເປົ້າໝາຍດັ່ງກ່າວໄດ້ຢ່າງ ທັນເວລາ.

ໃນກອງປະຊຸມ ຍັງໄດ້ເຜີຍແຜ່ຄຳສັ່ງ ເລກທີ 599/ປກສ, ລົງ ວັນທີ 8 ເມສາ 2019 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະ ນະຊີ້ນຳ-ບັນຊາລວມ, ກອງເສນາຊ່ວຍວຽກ ແລະ ປະຈຳການຂັ້ນກະຊວງ ປ້ອງກັນບຸນປີໃໝ່ລາວ ແລະ ແຜນປ້ອງກັນງານບຸນປີໃໝ່ລາວ ປະຈຳປີ ພສ 2562 ໃນລະຫວ່າງວັນທີ 13-17 ເມສາ 2019.