ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 14 ເມສາ 2019, ເຊິ່ງເປັນມື້ທຳອິດຂອງການສະຫຼອງບຸນປີໃໝ່ລາວ ແຕກຕ່າງຈາກແຕ່ລະປີ ໂດຍປີນີ້ບໍ່ມີພິທີແຫ່ພະພຸດທະຮູບ, ບໍ່ມີພິທີແຫ່ນາງສັງຂານ. ແຕ່ມີການເນັ້ນໃຫ້ເມືອງ ແລະ ບ້ານ ຈັດກິດຈະກຳທາງສາສະໜາຢູ່ຕາມວັດວາອາຮາມ ໂດຍ ສະເພາະຫົດສົງນ້ຳພະສົ່ງເສີມວັດທະນະທຳຮີດຄອງປະເພນີ ແລະ ສິ່ງສຳຄັນ. ປີນີ້, ຢູ່ບໍລິເວນພະທາດຫຼວງ ໄດ້ມີພິທີອັນເຊີນພະພຸດທະຮູບຄຳລົງມາ ເຮັດພິທີຫົດສົງຕາມປະເພນີ.

ຖືວ່າການສະຫຼອງບຸນປີໃໝ່ລາວ ຢູ່ເດີ່ນພະທາດຫຼວງປີນີ້ແມ່ນພິເສດກວ່າປີຜ່ານມາ ໂດຍໄດ້ມີການອັນເຊີນ ພະພຸດທະຮູບຄຳ ຫຼື ພະພຸດທະສຸວັນສາທາທຳມິກະຣາດ ລົງມາຫົດສົງທີ່ກົມມະລຽນພະທາດຫຼວງ ເພື່ອໃຫ້ບັນດາການນຳພັກ-ລັດ, ເຊິ່ງນຳໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍປະ ຊາຊົນຊາວນະຄອນຫຼວງວຽງຈັນ ລວມທັງແຂກພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັນຮ່ວມຫົດສົງ ເພື່ອຄວາມເປັນສິລິມຸງຄຸນແກ່ຕົນເອງ ແລະ ຄອບຄົວ ທັງເປັນການສືບຕໍ່ອະນຸລັກຮັກສາ, ສົ່ງເສີມມູນເຊື້ອວັດທະ ນະທຳ ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມທັງສ້າງຄວາມສາມັກຄີໄມຕີຈິດ ແລະ ທັງເຮັດໃຫ້ການສະ ເຫຼີມສະຫຼອງປີໃໝ່ລາວ ມີບັນຍາກາດເບີກບານມ່ວນຊື່ນ.

ພະພຸດທະຮູບຄຳ ຫຼື ພະພຸດທະສຸວັນນະສາທາທຳມິກະຣາດມີນ້ຳໜັກ 9 ກິໂລກວ່າ ໄດ້ທຳການຫຼໍ່ຂຶ້ນເນື່ອງໃນໂຄງການປະຕິສັງຂອນພະທາດຫຼວງ ຄັ້ງທີ IV, ເຊິ່ງເປັນພະທີສັກສິດຄູ່ບ້ານຄູ່ເມືອງປະດິດສະຖານໄວ້ຄູ່ກັບອົງພະທາດຫຼວງ ແລະ ຢູ່ຄູ່ກັບຊາວລາວ ກໍຄື: ຊາວນະຄອນຫຼວງວຽງຈັນ ໄດ້ສັກກາລະບູຊາ ແລະ ກາບໄຫວ້.
ຄຽງຄູ່ກັນນີ້, ບັນຍາກາດໂດຍລວມຕະຫຼອດໄລຍະຂອງການສະຫຼອງບຸນປີໃໝ່ລາວ ພສ 2562 ( 14-16 ເມສາ 2019 ) ເຫັນວ່າ ບັນດາມວນຊົນແມ່ນໄດ້ມີການຈັດພິທີບາສີສູ່ຂວັນອວຍພອນ, ເຊິ່ງກັນແລະກັນ, ຈັດພິທີສົມມາຜູ້ເຖົ້າຜູ້ແກ່, ຕາມວັດວາອາຮາມຕ່າງໆກໍໄດ້ມີການກໍ່ພະທາດຊາຍ ເພື່ອເປັນການສືບສານຮີດຄອງປະ ເພນີອັນດີງາມຂອງຊາດລາວ ທີ່ມີມາແຕ່ດຶກດຳບັນໃຫ້ຄົງຢູ່ຕະຫຼອດໄປ.