ພິທີບາສີສູ່ຂວັນ, ຫົດນໍ້າອວຍພອນຄະນະພັກ-ຄະນະນໍາກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2019 ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2561 ແລະ ຕ້ອນຮັບປີໃໝ່ລາວ ພສ 2562 ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ສືບທອດຮີດຄອງປະເພນີອັນດີງາມຂອງລາວ; ໂດຍມີ ພົທ ວິໄລ ຫຼ້າຄໍາຟອງ ເລຂາ ທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ, ມີຄະນະພັກກະຊວງ, ຄະນະນໍາກົມກອງອ້ອມຂ້າງ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ສີສະຫວາດ ແກ້ວມາ ລາວົງ ຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການກະຊວງ ປກສ ກ່າວວ່າ: ການຈັດພິທີບາສີສູ່ຂວັນ ແລະ ຫົດນໍ້າອວຍພອນໃນຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາຂອງຄະນະນໍາກະຊວງ ປກສ ທີ່ໄດ້ໃກ້ຊິດຕິດແທດ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມ ເສຍສະລະອັນສູງສົ່ງໃນປີຜ່ານມາ ແລະ ເພື່ອເປັນການອວຍພອນໄຊໃຫ້ຄະນະນຳກະຊວງ ປກສ ມີສຸຂະພາບເຂັ້ມແຂງ ສືບຕໍ່ກ້າວເດີນໄປຕາມອຸດົມການຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກງານຕ່າງໆໃນປີ 2019 ທີ່ຄະນະນໍາກະຊວງ ປກສ ວາງໄວ້ໃຫ້ປະກົດຜົນເປັນຈິງຢ່າງເປັນຮູບປະທໍາໃນຕໍ່ໜ້າ.

ສໍາລັບການການສະເຫຼີມສະຫຼອງປີໃໝ່ລາວ ຍັງເປັນການສືບທອດຮີດຄອງປະເພນີລາວທີ່ເຄີຍປະຕິບັດກັນມາ ພ້ອມທັງເປັນການສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ, ສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ລະຫວ່າງຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ອ້ອມຂ້າງກະຊວງ ປກສ ໃຫ້ມີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງ ປກສ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງ ປກສ ຂຶ້ນກ່າວຍ້ອງຍໍຊົມເຊີຍມາຍັງການນໍາໃນແຕ່ລະກົມກອງອ້ອມຂ້າງກະຊວງທີ່ສາມາດເຮັດສໍາເລັດທຸກໜ້າທີ່ໆໄດ້ ຮັບມອບໝາຍຈາກຂັ້ງເທິງໃນການຊີ້ນໍາ-ນໍາພາພະນັກງານ-ນັກຮົບໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດ ແລະ ມີຄວາມສະຫງົບປອດໄພ 100% ໃນປີຜ່ານມາ.