ບໍລິສັດໄອບີເອັມ ຜູ້ຜະລິດຄອມລາຍໃຫຍ່ຂອງ ສະຫະລັດ ອາເມລິກາ

ໃນວັນທີ 18 ເມສາ, ບໍລິສັດໄອບີເອັມ ຜູ້ຜະລິດຄອມພິວເຕີ ແລະ ໃຫ້ບໍລິການດ້ານຄອມພິວເຕີ ຂອງ ສະຫະລັດ ອາເມລິກາ ຖະແຫຼງການວ່າ: ຈະປິດນິຄົມເຕັກໂນໂລຊີ ມູນຄ່າ 90 ລ້ານໂດລາ ໃນເມືອງແທມປິເນສ ແລະ ຈະຍ້າຍການຜະລິດ “ໄອບີເອັມ ແຊດ” ເມນເຟຣມ ຄອມພິວເຕີ ຂອງຕົນ ຈາກສິງກະໂປ ໄປຍັງເມືອງໂພຄິບຊີ ລັດນິວຢອກ ສະຫະລັດ ອາເມລິກາ.

ຖະແຫຼງການບໍລິສັດ ສະຫະລັດ ອາເມລິກາ ລະບຸວ່າ:

“ ແຜນນີ້ເປັນສ່ວນໜຶ່ງຂອງການທົບທວນທີ່ມີມາຢ່າງຕໍ່ເນື່ອງ ກ່ຽວກັບ ວິທີທີ່ມີປະສິດທິພາບທີ່ສຸດສຳລັບ ການຈັດຫາວັດຖຸດິບຜະລິດຕະພັນຂອງເຮົາ ”.

ເຖິງວ່າ ໄອບີເອັມ ປະຕິເສດທີ່ຈະເປີດເຜີຍລາຍລະອຽດກ່ຽວກັບ ມາດຕະການຫຼຸດຕົ້ນທຶນໃນສິງກະໂປ ແຕ່ໜັງສືພິມທູເດ ຄາດຄະເນວ່າ: ພະນັກງານຫຼາຍເຖິງ 600 ຄົນ ໃນໂຮງງານຜະລິດຂອງໄອບີເອັມ ທີ່ແທມປິເນສ ອາດຖືກເລີກຈ້າງພາຍໃນເດືອນກໍລະກົດນີ້.

ແນວໃດກໍຕາມ, ໄອບີເອັມ ເຊິ່ງດຳເນີນການໃນສິງກະໂປ ມາ 66 ປີແລ້ວ ຢໍ້າວ່າ: ສິງກະໂປ ຍັງເປັນສະຖານທີ່ດ້ານຍຸດທະສາດ ສຳລັບບໍລິສັດ ໃນຖານະສຳນັກງານໃຫຍ່ແຫ່ງ ອາຊີປາຊີຟິກ ແລະ ສູນບໍລິການຕ່າງໆດ້ານຂໍ້ມູນຄຼາວ, ບຼັອກເຊນ ແລະ ບໍລິການອື່ນໆ ຈະຍັງດຳເນີນການໃນປະເທດຕໍ່ໄປ.

ການເຄື່ອນໄຫວນີ້ ມີຂຶ້ນບໍ່ດົນ ຫຼັງ ໄອບີເອັມ ລາຍງານຜົນປະກອບການ ປະຈຳໄຕມາດທຳອິດ ປີ 2019 ວ່າ: ມີລາຍໄດ້ລວມຫຼຸດລົງ 4,7% ຈາກໄລຍະເວລາດຽວກັນ ໃນປີຜ່ານມາ ມາຢູ່ທີ່ປະມານ 1,82 ໝື່ນລ້ານໂດລາ ແລະ ມີກຳໄລຢູ່ທີ່ 1.591 ລ້ານໂດລາ.

ທ່ານ ນາງ ຈິນນີ ໂຣເມດຕີ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ໄອບີເອັມ ກ່າວວ່າ:

ບໍລິສັດ ມີລາຍໄດ້ຈາກບໍລິການປະມວນຜົນຄຼາວ (Cloud) ທີ່ເຕີບໃຫຍ່ຫຼາຍ ແລະ ຍັງມີການເຕີບໃຫຍ່ໃນກຸ່ມທຸລະກິດສຳຄັນ ມູນຄ່າສູງຢ່າງ ຊັອບແວຈົດຈຳລູກຄ້າ.

ລາຍໄດ້ຈາກກຸ່ມຄຼາວ ແລະ ຊັອບແວຈົດຈຳລູກຄ້າ ເພີ່ມຂຶ້ນ 2%, ກຸ່ມບໍລິຫານທຸລະກິດລະດັບໂລກ ມີລາຍໄດ້ເພີ່ມຂຶ້ນ 4% ແລະ ກຸ່ມທີ່ເປັນລາຍໄດ້ໃຫຍ່ທີ່ສຸດຢ່າງ ບໍລິການເຕັກໂນໂລຊີລະດັບໂລກ ມີລາຍໄດ້ຫຼຸດລົງ 3%.