ເປີດບຳລຸງວຽກງານ ປກຊ-ປກສ ໃຫ້ກາານນຳພັກ-ລັດ ຊຸດທີ 17

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກະຊວງປ້ອງກັນປະເທດ ໄດ້ເປີດບໍາລຸງວຽກງານ ປກຊ-ປກສ ໃຫ້ການນໍາພັກ-ລັດ ໄລຍະ 64 ວັນ ຊຸດທີ XVII ໃນວັນທີ 23 ເມສາ 2019, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ມີ ພົຕ ຄໍາຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ  ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຄະນະພັກ-ຄະນະບັນຊາ, ແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັອ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມ ອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກ່າວວ່າ: ການເປີດບໍາລຸງວຽກງານ ປກຊ-ປກສ ໃຫ້ການນໍາພັກ-ລັດ ໄລຍະ 64 ວັນ ຊຸດທີ XVII ຄັ້ງນີ້ ຈັດຂຶ້ນເພື່ອເຮັດໃຫ້ບັນດາທ່ານ ທີ່ເຂົ້າຮ່ວມໃນຊຸດບໍາລຸງກໍາແໜ້ນທັດສະນະ ແລະ ກົນໄກພັກນໍາພາ, ລັດຄຸ້ມຄອງທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມະຕິສາມສ້າງຂອງກົມການເມືອງສູນກາງພັກ, ຍົກລະດັບຄວາມຮັບຜິດຊອບຄວາມເປັນເຈົ້າການ, ປະດິດສ້າງໃນການຄົ້ນຄວ້າຮໍ່າຮຽນທິດສະດີຫຼັກການ ແລະ ສົມທຽບບົດຮຽນພຶດຕິກໍາຕົວຈິງຂອງອົງການ, ກົມກອງທ້ອງຖິ່ນ, ສ້າງທັດສະນະຄວາມຮັບຮູ້ເຂົ້າໃຈ ແລະ ຖືກຕ້ອງກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເອກະພາບໃນຂອບເຂດທົ່ວປະເທດ, ເສີມຂະຫຍາຍພາລະບົດບາດເປັນເສນາທິການທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ສູນກາງພັກ, ລັດຖະບານຢູ່ແຕ່ລະຂັ້ນ, ແຕ່ລະທ້ອງຖິ່ນ.

ຊຸດບໍາລຸງຄັ້ງນີ້, ມີນັກສໍາມະນາກອນ ຈໍານວນ 28 ທ່ານ, ໃນນີ້ມາຈາກສູນກາງ 13 ທ່ານ ແລະ ທ້ອງຖິ່ນ ຈໍານວນ 15 ທ່ານ ເຊິ່ງມີຕໍາແໜ່ງຮອງເລຂາຄະນະພັກສະຖາບັນ 1 ທ່ານ, ກໍາມະການພັກກະຊວງ ແລະ ທຽບເທົ່າຈໍານວນ 11 ທ່ານ, ຄະນະປະຈໍາພັກແຂວງ 1 ທ່ານ ແລະ ກໍາມະການພັກແຂວງ 14 ທ່ານ; ສໍາລັບເນື້ອໃນອົບຮົມແບ່ງອອກເປັນ 3 ກຸ່ມ ເນື້ອໃນ ຄື: ກຸ່ມເນື້ອໃນອົບຮົມຈຸດໜັກ ລວມມີ 17 ບົດ, ກຸ່ມອົບຮົມເນື້ອໃນເພີ່ມຕື່ມຈໍານວນໜຶ່ງ ແລະ ຂຽນບົດເກັບກ່ຽວ.

ທ່ານ ພັນຄໍາ ວິພາວັນ ໄດ້ໃຫ້ທິດຊີ້ນໍາຕໍ່ນັກສໍາມະນາກອນທີ່ ເຂົ້າບໍາລຸງຄັ້ງນີ້ວ່າ:

ຕ້ອງຖືເອົາການເປີດບໍາລຸງນີ້ ເປັນການຕີລາຄາຕົນເອງ ພ້ອມທັງທຸ້ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ພ້ອມກັນເປັນເຈົ້າການເອົາໃຈໃສ່ປະຕິບັດໂມງເວລາເຂົ້າຫ້ອງຮໍ່າຮຽນຕາມຕາຕະລາງຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງການເຜີຍແຜ່ຂອງນັກວິທະຍາກອນ ເພື່ອເຮັດໃຫ້ການບໍາລຸງຄັ້ງນີ້ເປັນການຍົກລະດັບຄວາມຮູ້-ຄວາມສາມາດຂອງບັນດາທ່ານໃຫ້ສູງຂຶ້ນ.