ໄຊຍະບູລີ-ເຊິນລາ ສຶບຕໍ່ຮ່ວມມືດ້ານກະສີກຳ

ໃນວັນທີ 20 ເມສາ 2019, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເຍີຍ ທິເຟືອງ ຮອງປະທານສະພາປະຊາຊົນແຂວງເຊິນລາ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມແຂວງໄຊຍະບູລີ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືຮອບດ້ານລະຫວ່າງ ແຂວງໄຊຍະບູລີ ສປປ ລາວ ແລະ ແຂວງເຊິນລາ ສສ ຫວຽດນາມ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງເຊິນລາ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີຢ່າງອົບອຸ່ນ ພ້ອມທັງໄດ້ລາຍງານຫຍໍ້ສະພາບການຂະຫຍາຍຕົວ ຂອງເສດຖະກິດທີ່ເປັນທ່າແຮງ ຕົ້ນຕໍຂອງແຂວງ ເປັນຕົ້ນແມ່ນ ທ່າແຮງທາງດ້ານກະສິກໍາ, ການປູກພືດອຸດສາຫະກໍາ, ການລ້ຽງສັດໃຫຍ່, ທ່າແຮງດ້ານອຸດສາຫະກໍາໄຟຟ້າ ແລະ ທ່າແຮງດ້ານການຄ້າ ແລະ ການບໍລິການເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 8,7%, ສະເລ່ຍ ລາຍຮັບໃສ່ຫົວຄົນໄດ້ 2.510 ໂດລາສະຫະລັດ.

ຈາກນັ້ນ, ທ່ານ ນາງ ເຍີຍ ທິເຟືອງ ກໍໄດ້ລາຍງານສະພາບການຂະຫຍາຍຕົວທາງດ້ານເສດຖະກິດຂອງແຂວງເຊິນລາ ເຊັ່ນດຽວກັນເຊິ່ງ ໂດຍລວມແລ້ວເສດຖະກິດຂອງແຂວງແມ່ນ ຂະຫຍາຍຕົວໃນລະດັບ 8,59%, ສະເລ່ຍລາຍໄດ້ໃສ່ຫົວຄົນແມ່ນ 38 ລ້ານດົງຕໍ່ຄົນຕໍ່ປີ. ໂອກາດດັ່ງກ່າວ  ທັງສອງທ່ານ ຍັງໄດ້ປຶກສາຫາລືການຮ່ວມມືກ່ຽວກັບທິດທາງການສົ່ງເສີມດ້ານ ການປູກ-ການລ້ຽງ ໂດຍແຂວງໄຊຍະບູລີ ຈະສົ່ງພະນັກງານວິຊາການຂອງແຂວງ ໄປຖອດຖອນບົດຮຽນກ່ຽວກັບການປູກຕົ້ນໄມ້ໃຫ້ໝາກ ແລະ ການລ້ຽງສັດໃຫຍ່ ຢູ່ແຂວງເຊິນລາ, ພ້ອມດຽວກັນ ແຂວງເຊິນລາ ກໍຈະສົ່ງພະນັກງານວິຊາການດ້ານການປູກ-ການລ້ຽງ ເພື່ອມາຊ່ວຍແຂວງໄຊຍະບູລີ ໃນການປູກຕົ້ນໄມ້ກິນໝາກ ແລະ ລ້ຽງສັດໃຫຍ່ຕື່ມອີກ.