ກະຊວງ ປກສ ສະຫຼຸບວຽກງານປ້ອງກັນງານສະຫຼອງບຸນປີໃໝ່ລາວ ພສ 2562

ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ເພື່ອຕີລາຄາຄືນໃຫ້ເຫັນເຖິງຜົນສຳເລັດ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ກ່ຽວກັບວຽກງານປ້ອງກັນງານດັ່ງກ່າວ;  ເປັນປະທານ ໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນເຂົ້າຮ່ວມ, ໃນວັນທີ 23 ເມສາ 2019

ພົຈວ ສົມວັນ ສາຍລ້ອງພາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ  ໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດການປ້ອງກັນງານສະຫຼອງບຸນປີໃໝ່ລາວ ພສ 2562 ວ່າ:

ຫຼັງຈາກໄດ້ຮັບແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງສະ   ຫຼອງ ແລະ ກຳນົດວັນພັກຊົດເຊີຍ ບຸນປີໃໝ່ລາວ ພສ 2562 ແລ້ວ, ກະຊວງ ປກສ ກໍໄດ້ເປັນເຈົ້າການ ຊີ້ນຳວຽກງານປ້ອງກັນໃນໄລຍະວັນບຸນດັ່ງກ່າວ ໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 13-17 ເມສາ 2019 ເຊິ່ງບັນດາກົມກອງວິຊາສະເພາະ ກໍໄດ້ມີແຜນການເຄື່ອນໄຫວວຽກງານປ້ອງກັນງານສະຫຼອງບຸນປີໃໝ່ລາວ ສາມາດຮັບປະກັນໄດ້ຄວາມສະຫງົບ-ປອດໄພໂດຍພື້ນຖານ.

ໂດຍສະເພາະແມ່ນກ່ອນໄລຍະບຸນປີໃໝ່ລາວ, ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ໄດ້ລົງຊີ້ນຳວຽກງານຈະລາຈອນຢູ່ 4 ແຂວງພາກເໜືອ ແລະ 2 ແຂວງພາກກາງ, ໃນໄລຍະບຸນປີໃໝ່ ກໍໄດ້ອອກຕັ້ງດ່ານຈັບຄວາມໄວຢູ່ຕາມເສັ້ນທາງ 13 ໃຕ້ ແລະ 13 ເໜືອ ພ້ອມນີ້ກໍໄດ້ມີການປະສານສົມທົບກັບ ປກສ ນະຄອນຫຼວງ ແລະ ປກສ ແຂວງ ໃນທົ່ວປະເທດ ຕັ້ງດ່ານກວດກາທາດເຫຼົ້າຂອງຜູ້ໃຊ້ລົດໃຊ້ຖະໜົນ, ເຊິ່ງສາມາດເກັບກຳໄດ້ອຸບັດຕິເຫດເກີດ ຂຶ້ນທັງໝົດ 303 ເລື່ອງ, ພາຫະນະເປ່ເພ 503 ຄັນ, ຄົນໄດ້ຮັບບາດເຈັບ 532 ຄົນ, ເສຍຊີວິດ 27 ຄົນ.

ໃນກອງປະຊຸມ, ບັນດາທ່ານ ທີ່ເຂົ້າຮ່ວມກໍໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອເປັນການຖອດຖອນບົດຮຽນກ່ຽວກັບວຽກງານປ້ອງກັນງານດັ່ງກ່າວແນໃສ່ເຮັດໃຫ້ການປະຕິບັດວຽກປ້ອງກັນໃນຄັ້ງໜ້າມີຜົນສຳເລັດ ຍິ່ງຂຶ້ນ.

ໃນຕອນທ້າຍ, ພົຕ ກົງທອງ ພົງວິຈິດ ໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມຮັບຜິດຊອບທີ່ດີຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ລວມທັງກຳລັງທີ່ເຮັດໜ້າທີ່ປ້ອງກັນແຕ່ລະຈຸດທີ່ມີຄວາມສາມັກຄີກັນເອົາໃຈໃສ່ເຮັດວຽກງານປ້ອງກັນໃນຄັ້ງນີ້ ດ້ວຍຄວາມຫ້າວຫັນ ແລະ ເສຍສະລະ ສາມາດຮັບປະກັນໄດ້ຄວາມສະຫງົບ-ປອດໄພໂດຍພື້ນຖານ, ໃນຕໍ່ໜ້າບັນດາສະຫາຍຈົ່ງສືບຕໍ່ປຸກລະດົມທົ່ວສັງຄົມເຂົ້າຮ່ວມວຽກປ້ອງກັນງານສຳຄັນ ຕ່າງໆຢ່າງເຂັ້ມງວດ, ເປັນເຈົ້າການປະຕິບັດຕາມກົດລະບຽບທີ່ວາງອອກແນໃສ່ຮັບປະກັນໃຫ້ມີຄວາມປອດໄພຂຶ້ນກວ່າເກົ່າ.