ການໃຊ້ລົດ-ໃຊ້ຖະໜົນຢູ່ນະຄອນຫຼວງວຽງຈັນທຸກວັນນີ້ ກາຍເປັນບັນຫາທີ່ເດັ່ນ ເຖິງ ແມ່ນວ່າພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແຕ່ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ກໍຍັງບໍ່ທັນມີທ່າທີຈະຫຼຸດລົງ; ສະນັ້ນ, ຈຶ່ງຢາກຍົກເຖິງສະຕິຂອງຄົນ ຫຼື ຜູ້ໃຊ້ລົດ-ໃຊ້ຖະໜົນປັດຈຸບັນ ຍັງມີນັກຂັບຂີ່ຈໍານວນບໍ່ໜ້ອຍທີ່ບໍ່ເອົາໃຈໃສ່ໃນການປະຕິບັດຕາມກົດຈະລາຈອນ ແລະ ຫຼັກການຂັບຂີ່ປອດໄພ ເຊິ່ງບັນຫາເຫຼົ່ານີ້ເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ຍັງສົງຜົນເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

ຄືທີ່ເຮົາຮູ້ນໍາກັນແລ້ວວ່າ: ບັນຫາດັ່ງກ່າວນັ້ນມັນມີຕົວຈິງແທ້ ມີນັກຂັບຂີ່ຈໍານວນໜຶ່ງ ທັງລົດໃຫຍ່ ແລະ ລົດຈັກ ເມື່ອຂັບລົດໄປໃກ້ 4 ແຍກໄຟແດງ ຈະພາກັນຫຼຽວເບິ່ງປ້ອມຍາມຕໍາຫຼວດ ແລະ ບໍລິເວນອ້ອມແອ້ມ ເພື່ອສັງເກດວ່າມີເຈົ້າໜ້າທີ່ຕໍາຫຼວດປະຈໍາການ ຫຼື ບໍ່? ຖ້າມີ, ກໍພາກັນເປັນຄົນຄໍາຮູ້ຂຶ້ນມາທັນທີໂລດ, ຈະເດີນໜ້າ ຫຼື ຈອດຕາມໄຟອໍານາດຢ່າງໄວ; ແຕ່ຖ້າວ່າແນມຊ້າຍແນມຂວາບໍ່ເຫັນເຈົ້າໜ້າທີ່ປະຈໍາການແລ້ວ ກໍສັ່ງໃຫ້ລົດໄປໂດຍບໍ່ຕ້ອງຫ່ວງວ່າຈະເປັນໄຟຂຽວ, ໄຟເຫຼືອງ ຫຼື ໄຟແດງກໍຕາມ ຂໍພຽງແຕ່ມີປ່ອງພໍໝົ້ນໄປໄດ້ລະໝົ້ນໄປໂລດ; ນີ້ຄືໜຶ່ງໃນຈໍານວນຫຼາຍສາຍເຫດທີ່ນໍາໄປສູ່ການເກີດອຸບັດຕິເຫດຕາມຖະໜົນ, ເຊິ່ງປະກົດການເຫຼົ່ານີ້ສາມາດເວົ້າໄດ້ວ່າ 90% ແມ່ນກຸ່ມທີ່ອາຍຸແຕ່ 30 ປີລົງມາ; ໃນນີ້, ຈະມີການມຶນເມົາແອບແຝງໄປນໍາບໍ່ເກີນ 20-30%, ເຫຼືອນັ້ນແມ່ນການອວດ, ການທ້າທາຍ ແລະ ການໝິ່ນປະໝາດລະບຽບກົດໝາຍຂອງບ້ານເມືອງ.

ທີ່ຈິງແລ້ວ, ການທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນໄປປະຈໍາການຢູ່ຕາມປ້ອມຕ່າງໆນັ້ນ ບໍ່ແມ່ນເຈດຕະນາຂູ່ຂວັນ ຫຼື ກຽມເອົາເລື່ອງໃຜທັງນັ້ນ, ແມ່ນໄປເບິ່ງແຍງດູແລຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ ຄືກັນກັບທ່ານໝໍທີ່ຕ້ອງເຮັດໜ້າທີ່ເວລາມີຄົນເຈັບຕາມໂຮງໝໍຕ່າງໆນັ້ນເອງ; ສະນັ້ນ, ຕໍາຫຼວດຈຶ່ງບໍ່ເປັນຕາຢ້ານສໍາລັບພົນລະເມືອງດີ, ແຕ່ພົນລະເມືອງດີ ກໍຄວນເຄົາລົບນັບຖືລະບຽບກົດໝາຍ, ແນ່ນອນການເຄົາລົບລະບຽບກົດໝາຍນັ້ນ ກໍເປັນການເຄົາລົບສິດ ແລະ ໜ້າທີ່ຂອງຕໍາຫຼວດໄປໃນຕົວ, ເພາະພວກເພິ່ນເປັນຕົວແທນໃນການນໍາໃຊ້ລະບຽບກົດໝາຍໃນການຄຸ້ມຄອງສັງຄົມໃຫ້ມີຄວາມປອດໄພ ແລະ ຈົບງາມ; ໃນທາງກົງກັນຂ້າມ, ຄົນທີ່ຕັ້ງແກ້ງຝ່າຝືນລະບຽບກົດໝາຍ ຈຶ່ງເທົ່າກັບບຸກຄົນຜູ້ນັ້ນໝິ່ນປະໝາດ ແລະ ລົບຫຼູ່ເຈົ້າໜ້າທີ່ຕໍາຫຼວດນັ້ນເອງ.

ໃນປັດຈຸບັນນີ້, ການຕັ້ງກຸ່ມແກ້ງແຂ່ງລົດຂອງໄວລຸ້ນຢູ່ຕາມຖະໜົນແຖວຊານເມືອງ ຍັງເກີດຂຶ້ນຢູ່ ເຖິງແມ່ນວ່າຈະແກ້ໄຂບັນຫານີ້ແລ້ວຫຼາຍຄັ້ງກໍຕາມ ແຕ່ຍັງມີໃຫ້ເຫັນໃນວັນພັກ ເລີ່ມແຕ່ເວລາຄ້ອຍຄໍ່າ ຫຼື ຕອນເດິກ ເຊັ່ນ: ບໍລິເວນເສັ້ນທາງແຕ່ເກົ້າລ້ຽວໄປທາງສັງທອງ, ທົ່ງປົ່ງອອກໄປນາຊາຍທອງ, ທາງດົງໂດກໄປສູ່ເສັ້ນທາງອື່ນ ແລະ ຈາກສາມແຍກຈີ່ນາຍໂມ້ໄປທ່າເດື່ອ ເຊິ່ງບັນຫານີ້ໄດ້ສ້າງຄວມສະທ້ານຢ້ານກົວໃຫ້ກັບປະຊາຊົນແຖບນັ້ນໆຢ່າງແຮງ ຈົນມີສຽງຈົ່ມວ່າໄປຮອດເຈົ້າໜ້າທີ່ຕໍາຫຼວດຫຼາຍຕໍ່ຫຼາຍຄັ້ງ.

ພວກເຮົາມາລອງສັງເກດເບິ່ງວ່າ: ຍ້ອນຫຍັງເຂດຊິ້ງ ຫຼື ແຂ່ງລົດຂອງໄວລຸ້ນ ຈຶ່ງຄ່ອຍໄປສູ່ແຖວຊານເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງບໍ່ສາມາດຕາມໄປລະງັບເຫດການໄດ້? ປະການທໍາອິດກໍແມ່ນ: ຍ້ອນສາຍທາງທີ່ໄດ້ກ່າວມານັ້ນໄດ້ຮັບການບູລະນະໃຫ້ຮາບລ່ຽນດີ, ປະການຕໍ່ມາແມ່ນຍ້ອນວ່າມັນເປັນເສັ້ນທາງທີ່ການສັນຈອນບໍ່ສັບສົນປານໃດ ຈຶ່ງຖືກສວຍໃຊ້ເປັນບ່ອນໂຊສີມືຂອງພວກທີ່ບໍ່ຮູ້ຈັກລະບຽບກົດໝາຍຂອງບ້ານເມືອງ ແລະ ປະການສຸດທ້າຍແມ່ນ: ໄກຕາຕໍາຫຼວດ ເພາະຜ່ານມາບັນດາເຈົ້າໜ້າທີ່ຕໍາຫຼວດມັກຄອຍຈັບຜູ້ຝ່າຝືນລະບຽບຢູ່ຕາມຕົວເມືອງ, ສ່ວນແຖວຊານເມືອງນັ້ນຍັງເຮັດບໍ່ທັນໄດ້ດີ; ສະນັ້ນ, ຈຶ່ງເປັນສາຍເຫດໃຫ້ພວກນີ້ເຄື່ອນໄຫວສ້າງຄວາມລົບກວນແບບຫວາດສຽວໃຫ້ກັບຄົນອື່ນຢ່າງສະບາຍ.

ຢ່າງໃດກໍດີ, ນັກຂັບຂີ່ທຸກຄົນຈົ່ງຮັບຮູ້ວ່າ: ກົດລະບຽບຈະລາຈອນທີ່ປະກາດໄປແລ້ວນັ້ນ ບໍ່ແມ່ນມີຜົນບັງຄັບໃຊ້ສະເພາະແຕ່ໃນເທດສະບານນະຄອນຫຼວງວຽງຈັນ ຫຼື ບ່ອນເຈົ້າໜ້າທີ່ປະຈໍາການເທົ່ານັ້ນ, ຫາກຍັງບັງຄັບໃຊ້ລວມໄປທຸກຈອກທຸກແຈຂອງປະເທດທີ່ມີລົດ-ມີຖະໜົນ; ສະນັ້ນ, ການຍ້າຍໄປກໍ່ເຫດຢູ່ຈຸດອື່ນມັນບໍ່ໄດ້ຊ່ວຍໃຫ້ຄວາມຜິດຜ່ອນຜັນລົງເລີຍ ແລະ ໂອກາດທີ່ຈະເກີດອຸບັດຕິເຫດຕາມທ້ອງຖະໜົນບໍ່ສະເພາະແຕ່ໃນຕົວເມືອງບ່ອນທີ່ມີເຈົ້າໜ້າທີ່ປະຈໍາການເທົ່ານັ້ນ ມັນຈະເກີດຂຶ້ນໄດ້ທຸກເມື່ອ ແລະ ມີໂອກາດເກີດຂຶ້ນຫຼາຍອີກຊ້ໍາ, ເພາະນັກຊິ້ງລົດລ້ວນແຕ່ຄິດໃນທາງດຽວກັນ, ຕ່າງຄົນຕ່າງຊິ້ງ ບາງເທື່ອເຮັດແບບເປັນກຸ່ມ 5 ຄັນ ຫາ 10 ຄັນ ຖ້າວ່າຂະໂມະກັນບາດໃດໄດ້ເລື່ອງບາດນັ້ນ. ນອກຈາກນີ້, ສັດລ້ຽງປະເພດງົວ, ຄວາຍ, ແບ້, ໝາກໍເປັນສ່ວນປະກອບບໍ່ໜ້ອຍເຂົ້າໃນການນໍາໄປສູ່ອຸບັດຕິເຫດ, ເຊິ່ງໃນໄລຍະຜ່ານມາມີຜູ້ເສຍຊີວິດ ແລະ ບາດເຈັບຍ້ອນລົດຕໍາກັນ; ຍິ່ງໄປກວ່ານັ້ນ, ຍັງຕໍາສັດລ້ຽງ, ຕໍາຄົນຍ່າງ, ຕໍາເສົາໄຟຟ້າ ຫຼື ຕໍາຄູກາງທາງມາແລ້ວຫຼາຍຄັ້ງ.

ຢ່າງໄດກໍຕາມ, ບັນດາທ່ານຈະເຮັດຫຍັງ-ທໍາຫຍັງ ກໍຂໍໃຫ້ຖືເອົາລະບຽບກົດໝາຍເປັນຫຼັກ, ປະຕິບັດກົດລະບຽບທຸກຢ່າງ ຈຶ່ງຈະປອດໄພໃນການໃຊ້ລົດ-ໃຊ້ຖະໜົນ, ສ່ວນພວກທີ່ຍັງດື້ດ້ານໂສຕາຍຝ່າຝືນກົດລະບຽບຈະລາຈອນນັ້ນ ຂໍຮ້ອງໄປຍັງພາກສ່ວນທີ່ກ່ຽວຂ້ອງ, ໂດຍສະເພາະກໍາລັງຕໍາຫຼວດຈະລາຈອນ ຫຼື ກໍາລັງປ້ອງກັນເຄື່ອນທີ່ ຄວນມີມາດຕະການຢັບຢັ້ງ ແລະ ປະຕິບັດຢ່າງສຽບຂາດ, ຖ້າບໍ່ດັ່ງນັ້ນປະກົດການນີ້ກໍຈະເກີດຂຶ້ນຕໍ່ໆໄປ ແລະ ສັງຄົມເຮົາຈະເປັນແນວໃດຖ້າວ່າບັນຫານີ້ຍັງເກີດຂຶ້ນໂດຍບໍ່ມີວັນສິ້ນສຸດ.

ໂດຍ: ຈັນສະໝອນ