ໂດຍການເຂົ້າຮ່ວມຂອງ ທ່ານ ໄຊພອນ ຖົມປະດິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ

ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ກຳມະບານຮາກຖານ ພະແນກຍຸຕິທຳ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2019, ໂດຍການເຂົ້າຮ່ວມຂອງ ທ່ານ ໄຊພອນ ຖົມປະດິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ, ມີບັນດາສະມາຊິກກຳມະບານພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ວຽງເງິນ ວົງລັດສະໝີ ປະທານກຳມະບານຮາກຖານ ພະແນກຍຸຕິທຳ ແຂວງອຸດົມໄຊ ໄດ້ຜ່ານບົດລາຍງານການເມືອງ ຕະຫຼອດໄລຍະ 3 ປີຜ່ານມາ ວ່າ:

ມີບັນດາສະມາຊິກກຳມະບານພາຍໃນພະແນກ ເຂົ້າຮ່ວມ
ມີບັນດາສະມາຊິກກຳມະບານພາຍໃນພະແນກ ເຂົ້າຮ່ວມ

ໄດ້ເອົາໃຈໃສ່ຕິດຕາມກວດກາແບບແຜນວິທີເຮັດວຽກ ກຳແໜ້ນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບຂອງກຳມະບານ ເປັນຕົ້ນແມ່ນ ກວດກາເງິນບຳລຸງຂອງກຳມະບານ.

ນອກນີ້, ສະມາຊິກທຸກສະຫາຍ ຍັງໄດ້ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະບານ-ຊາວຜູ້ອອກແຮງງານ ໂດຍສະເພາະໄດ້ປົກປ້ອງແມ່ຍິງ ແລະ ເດັກນ້ອຍຕາມກົດໝາຍໃນຂອບເຂດທີ່ຕົນຮັບຜິດຊອບ ຢ່າງເປັນເຈົ້າການ, ເອົາໃຈໃສ່ປະຕິບັດເນື້ອໃນ 5 ເປັນເຈົ້າ ຕິດພັນກັບ ຂະບວນການຮັກຊາດ ແລະ ພັດທະນາປະຕິບັດຄຳຂວັນ 6 ສ, 3 ຫຼຸດ ແລະ 3 ເພີ່ມ ທີ່ໄດ້ວາງອອກ.

ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ກຳມະບານຮາກຖານ ພະແນກຍຸຕິທຳ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2019
ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ກຳມະບານຮາກຖານ ພະແນກຍຸຕິທຳ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2019

ກອງປະຊຸມ ຍັງໄດ້ປ່ອນບັດຂັດເລືອກເອົາ ຄະນະກໍາມະບານຮາກຖານ ຊຸດໃໝ່ ໂດຍມີຜູ້ສະໝັກ ຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ. ຜ່ານການປ່ອນບັດ ໄດ້ປະຊາມະຕິຮັບຮອງເອົາສະຫາຍ ລຽງ ພິມຍົງຄຳ ເປັນປະທານ, ສະຫາຍ ໂທ ວືໄຊຕົງ ເປັນຮອງ ແລະ ສະຫາຍ ນາງ ຕຸ່ນມະນີ ປັນຍາສິດ ເປັນຄະນະປະທານກຳມະບານຮາກຖານ ພະແນກຍຸຕິທຳ ຊຸດໃໝ່.