ແຂວງເຊກອງ ອອກບັດອະນຸຍາດຊົ່ວຄາວໃຫ້ຄົນຕ່າງປະເທດ 2.000 ກວ່າບັດ

ທ່ານ ພະຂັນໄຊ ສີຫາເທບ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ຮອງຄະນະຮັບຜິດຊອບ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວຂັ້ນແຂວງ ໄດ້ລາຍງານໃນກອງປະຊຸມ ວ່າ: ໄລຍະຜ່ນມາ ໄດ້ອອກບັດອະນຸຍາດ ຊົ່ວຄາວໃຫ້ຄົນຕ່າງປະເທດໄດ້ 2.000 ກວ່າຄົນ ປະກອບມີ 6 ສັນຊາດ.

ທ່ານຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ເພື່ອປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ, ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ; ຜ່ານການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃນໄລຍະທີ I ແລະ ໄລຍະທີ II ລວມທັງໝົດ ຈໍານວນ 2.605 ເທື່ອຄົນ ຍິງ 566 ເທື່ອຄົນ, ສັນຊາດຫວຽດນາມ 2.400 ເທື່ອຄົນ ຍິງ 503 ເທື່ອຄົນ, ສັນຊາດຈີນ 142 ເທື່ອຄົນ ຍິງ 55 ເທື່ອຄົນ, ສັນຊາດໄທ 55 ເທື່ອຄົນ ຍິງ 8 ເທື່ອຄົນ, ສັນຊາດອົດຕຣາລີ 5 ເທື່ອຄົນ ສັນຊາດຍີ່ປຸ່ນ 2 ເທື່ອຄົນ ແລະ ເດັນມາກ 1 ເທື່ອຄົນ. ໃນນີ້, ປັບສະຖານະພາບ 1.764 ເທື່ອຄົນ, ຊຳລະສະສາງ 841 ເທື່ອຄົນ, ກຳນົດໜຶ່ງເດືອນ 76 ເທື່ອຄົນ, ສອງເດືອນ 130 ເທື່ອຄົນ, ສາມເດືອນ 1.963 ເທື່ອຄົນ, ສີ່ເດືອນ 12 ຄົນ, ຫ້າເດືອນ 4 ຄົນ ແລະ ຫົກເດືອນ 420 ຄົນ;  ນອກນັ້ນ, ຍັງໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ແຮງງານຄົນຕ່າງປະເທດ ຈຳນວນ 272 ຄົນ, ພົບເຫັນຜູ້ອອກແຮງງານເຄື່ອນ ໄຫວບໍ່ຖືກຕ້ອງ ຈຳນວນ 27 ຄົນ.

ປັດຈຸບັນ, ຫົວໜ່ວຍຄົນຕ່າງປະເທດລົງທຶນມີຈໍານວນ 208 ຫົວໜ່ວຍ, ໃນນັ້ນຖືກຕ້ອງ 47 ຫົວໜ່ວຍ, ບໍ່ຖືກຕ້ອງ 161 ຫົວໜ່ວຍ, ສາມາດແກ້ໄຂບັນຫາຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວປະກອບອາຊີບແບບເລື່ອນລອຍ, ບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 622 ຄົນ, ເອກະສານຖືກຕ້ອງ ຈຳນວນ 326 ຄົນ ຍິງ 79 ຄົນ ແລະ ຈໍານວນໜຶ່ງແມ່ນໄດ້ຂໍຕໍ່ເວລາໃນການປະກອບເອກະສານ ເພື່ອໃຫ້ຖືກຕາມລະບຽບກົດໝາຍຂອງ ສປປ ລາວ.

ກອງປະຊຸມສະຫຼຸບຖອດຖອນບົດຮຽນການແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວຊົ່ວຄາວໂດຍບໍ່ຖືກຕ້ອງຢູ່ແຂວງ ຈັດຂຶ້ນໃນວັນທີ 24 ເມສາ ຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງໆ ເຊກອງ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາສັງຄົມ, ມີ ພັອ ສົມໄຊ ພູລະຄໍາ ມະນີ, ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະນໍາຂັ້ນແຂວງ-ເມືອງ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.