ສານປະຊາຊົນຂັ້ນຕົ້ນ ແຂວງຫຼວງນໍ້າທາ ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂຈຳນວນ 22 ຄົນ ໃນວັນທີ 26 ເມສາຜ່ານມາ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ.

ອົງການໄອຍະການປະຊາຊົນ ແຂວງຫຼວງນ້ຳທາ ໄດ້ຖະແຫຼງຄຳຕັດສິນຂອງສານປະຊາຊົນ ແຂວງຫຼວງນ້ຳທາ ສະບັບເລກທີ 01/ຂຕອ ລົງວັນທີ 26 ເມສາ 2019 ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂຈຳນວນ22 ຄົນ. ໃນນັ້ນ, ມີຄະດີສວຍໃຊ້ອຳນາດ
ຮັບສິນບົນ ເຮັດໃຫ້ນັກໂທດໂຕນໜີລັກພາຕົວໃຫ້ສິນບົນ ແລະ ລັກຊັບພົນລະເມືອງ.

ການຕັດສິນປ່ອຍຕົວນັກໂທດຈໍານວນດັ່ງກ່າວນັບແຕ່ມື້ປ່ອຍຕົວເປັນຕົ້ນໄປຖ້າຫາກພາຍໃນກຳນົດ 5 ປີ ພວກກ່ຽວຫາກບໍ່ໄປກະທຳຜິດໃໝ່ອີກ ໂທດທີ່ຍັງເຫຼືອຈະຕົກໄປ, ແຕ່ຖ້າຫາກພາຍໃນກຳນົດ 5 ປີ ຫາກໄປກະທຳຜິດໃໝ່ກໍຈະປະຕິບັດໂທດໃໝ່ ລວມທັງໂທດເກົ່າທີ່ຍັງເຫຼືອນັ້ນ ແລະ ໃຫ້ພວກນັກໂທດສືບຕໍ່ປະຕິບັດໂທດປັບໃໝທີ່ຍັງເຫຼືອນຳອີກ.