ແຂວງຜົ້ງສາລີ ເຜີຍແຜ່ການນຳໃຊ້ ແລະ ເຂົ້າເຖິງຂໍ້ມູນສະຖິຕິທາງເວບໄຊ

0
1021

ທ້າຍເດືອນຜ່ານມາ, ສູນສະຖິຕິແຫ່ງຊາດ ກະຊວງແຜນການ-ການລົງທຶນ ຮ່ວມກັບສູນສະຖິຕິແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ການນຳໃຊ້ ແລະ ເຂົ້າເຖິງຂໍ້ມູນສະຖິຕິທາງການເວບໄຊຜົ້ງສາລີ ອິນໂຟ ໂດຍການເປັນປະທານ ຮ່ວມຂອງ ທ່ານ ຄຳເຫຼັກ ໃຈອີສານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ທິບສະຫວັນ ອິນທາຣັກ ຫົວໜ້າກົມບໍລິການສະຖິຕິກະຊວງແຜນການ ແລະ ການລົງທຶນ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ປະຫວັດຄວາມເປັນມາ ແລະ ໜ້າຕ່າງຂອງເວບໄຊຜົ້ງສາລີ ອິນໂຟ ເຊິ່ງເປັນເວບໄຊທີ່ສັງລວມຂໍ້ມູນໄວ້ໃນລະບົບດຽວກັນ, ສະໜອງຂໍ້ມູນໃນການສ້າງແຜນພັດທະນາ ແລະ ນະໂຍບາຍຕ່າງໆແບບມີວິທະຍາສາດ ແລະ ຍັງຊ່ວຍໃນການຕິດຕາມເປົ້າໝາຍການພັດທະນາ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຂວງ ແລະ ເມືອງ; ເປັນເຄື່ອງມືຊ່ວຍໃນການສ້າງຄັງຂໍ້ມູນສະຖິຕິ ແລະ ຊ່ວຍໃນການນຳສະເໜີຂໍ້ມູນ; ເປັນເຄື່ອງມືໃນການແລກປ່ຽນຂໍ້ມູນລະຫວ່າງ ຜູ້ສະໜອງຂໍ້ມູນ ແລະ ຜູ້ນຳໃຊ້ຂໍ້ມູນ ເຮັດໃຫ້ທຸກຄົນເຂົ້າເຖິງຂໍ້ມູນງ່າຍ, ສະດວກ ແລະ ວ່ອງໄວໃນການຕິດຕາມ ແລະ ການຈັດຕັ້ງປະຕິບັດແຜນງານຕ່າງໆ.

ໃນໂອກາດນີ້,  ຜູ້ເຂົ້າຮ່ວມຍັງໄດ້ ຮຽນຮູ້ຕົວຊີ້ບອກຂອງແຂວງຕາມຍຸດທະສາດລະບົບສະຖິຕິແຫ່ງຊາດ ແລະ ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນແລະກັນ ກ່ຽວກັບວຽກງານສະຖິຕິ ແລະ ການນຳໃຊ້ຂໍ້ມູນສະຖິຕິທາງການໃນເວບໄຊຜົ້ງສາລີ ອິນໂຟ ອີກດ້ວຍ.