ເຫດໄຟໄໝ້ ແອໂຣຟຼອດ ກາງຣັນເວ ມົດສະກູ ເສຍຊີວິດ 41

0
873
ເຫດເກີດທີ່ ສະໜາມບິນເຊເຣເມເຕຍໂວ ນະຄອນຫຼວງມົດສະກູ ປະເທດລັດເຊຍ
ເຫດເກີດທີ່ ສະໜາມບິນເຊເຣເມເຕຍໂວ ນະຄອນຫຼວງມົດສະກູ ປະເທດລັດເຊຍ

ເວັບໄຊ ເດິ ມົດສະກູ ທາມ ລາຍງານຂ່າວ ໃນວັນທີ 5 ພຶດສະພາ ທີ່ຜ່ານມາ ວ່າ: ເກີດເຫດໄຟໄໝ້ກັບ ເຮືອບິນຜູ້ໂດຍສານ ຂອງ ສາຍການບິນແອໂຣຟຼອດ ທີ່ບິນກັບມາລົງຈອດສຸກເສີນ ທີ່ສະໜາມບິນເຊເຣເມເຕຍໂວ ນະຄອນຫຼວງມົດສະກູ ປະເທດລັດເຊຍ ຫຼັງຈາກເດີນທາງອອກຈາກສະໜາມບິນແຫ່ງນີ້ ເພື່ອໄປຍັງແຄວ້ນມູມັນສ໌ ທາງພາກເໜືອຂອງປະເທດ ແລະ ເບື້ອງຕົ້ນມີຜູ້ເສຍຊີວິດ 41 ຄົນ.

ສື່ລັດເຊຍ ລາຍງານວ່າ:

ເກີດບັນຫາບາງຢ່າງໃນຫ້ອງຜູ້ໂດຍສານ ໃນຂະນະນັ້ນ ເຮືອບິນຢູ່ໃນລະດັບຄວາມສູງ 2.100 ແມັດ
ເກີດບັນຫາບາງຢ່າງໃນຫ້ອງຜູ້ໂດຍສານ ໃນຂະນະນັ້ນ ເຮືອບິນຢູ່ໃນລະດັບຄວາມສູງ 2.100 ແມັດ

ເຮືອບິນລຳດັ່ງກ່າວ ເປັນລຸ່ນ ຊູຮອຍ ຊູບເປີເຈັດ 100-95 ເດີນທາງອອກຈາກນະຄອນຫຼວງມົດສະກູ ໃນເວລາປະມານ 17:50 ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 5 ພຶດສະພາ ທີ່ຜ່ານມາ ແຕ່ 28 ນາທີຕໍ່ມາ ເກີດບັນຫາບາງຢ່າງໃນຫ້ອງຜູ້ໂດຍສານ ແລະ ຂະນະນັ້ນ ເຮືອບິນຢູ່ໃນລະດັບຄວາມສູງ 2.100 ແມັດ ນັກບິນຈຶ່ງນຳເຮືອບິນລົງຈອດ ກ່ອນຈະເກີດໄຟໄໝ້ບໍລິເວນສ່ວນຫາງ ແລະ ຜູ້ໂດຍສານເທິງເຮືອບິນ ມີ  73 ຄົນ, ພະນັກງານ 5 ຄົນ;

ຫຼ້າສຸດ, ເຈົ້າໜ້າທີ່ມອດໄຟ ໄດ້ສີດນໍ້າຄວບຄຸມໄຟໄໝ້ເຮືອບິນ ທີ່ຈອດຢູ່ຣັນເວໄດ້ແລ້ວ.

ສາຍການບິນ ແອໂຣຟຼອດ ຖະແຫຼງການ ວ່າ:

ເຮືອບິນລຸ່ນ ຊູຮອຍ ຊູບເປີເຈັດ 100-95
ເຮືອບິນລຸ່ນ ຊູຮອຍ ຊູບເປີເຈັດ 100-95

ຂະນະທີ່ ນັກບິນນຳເຮືອບິນລົງຈອດ ລໍ້ຢາງຂອງເຮືອບິນບໍ່ກາງອອກ ແລະ ຂະນະນັ້ນ ເຮືອບິນມີນໍ້າມັນເຕັມຖັງ ເມື່ອເຮືອບິນກະແທກກັບຣັນເວ ຈຶ່ງເກີດໄຟລຸກໄໝ້ຂຶ້ນ ແລະ ຜົນຈາກການເກີດໄຟໄໝ້ນີ້ ສົ່ງຜົນໃຫ້ເຄື່ອງຈັກທັງສອງຂ້າງຂອງເຮືອບິນ ຖືກເຜົາທຳລາຍເສຍຫາຍ.