ເປີດບໍລິສັດຮ່ວມທຶນໄອທີລາວ ຈຳກັດ ໃຫ້ຄຳປຶກສາດ້ານໄອທີ

ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບບໍລິສັດ ອິນເຕີ ຄອມພິວເຕີ ຈໍາກັດ ຈັດພິທີເປີດບໍລິສັດ ຮ່ວມທຶນໄອທີ ລາວ ຈຳກັດ ເພື່ອໃຫ້ບໍລິການເປັນທີ່ປຶກສາດ້ານໄອທີ, ພັດທະນາບຸກຄະລະກອນດ້ານລະບົບໄອທີ ໃຫ້ກຳລັງປ້ອງກັນຄວາມສະຫງົບ ແລະ ສັງຄົມ ທົ່ວໄປ, ໂດຍການເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ບຸນຍໍ ຮ່ວງພະຈັນ ປະທານບໍລິສັດອິນເຕີຄອມພິວເຕີ ຈຳກັດ, ບັນດາຄະນະພັກກະຊວງ, ຄະນະພັກ-ຄະນະນຳກົມໃຫຍ່ພະລາທິການ ແລະ ບໍລິສັດອິນເຕີ ຄອມພິວເຕີ ຈຳກັດ ເຂົ້າຮ່ວມ.

ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິ ການປ້ອງກັນຄວາມສະຫງົບ ກ່າວ ວ່າ:

ໂຄງການສ້າງຕັ້ງບໍລິສັດ ຮ່ວມທຶນໄອທີລາວ ຈຳກັດ ແມ່ນໂຄງການຮ່ວມລົງທຶນລະຫວ່າງກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດ ອິນເຕີຄອມພິວເຕີ ຈຳກັດ ໃນມູນຄ່າຂອງການລົງທຶນ 1.800.000 ໂດລາສະຫະລັດ, ໃນໄລຍະເວລາຮ່ວມດຳເນີນທຸລະກິດ 25 ປີ; ໃນນັ້ນ, ກະຊວງປ້ອງກັນຄວາມສະຫງົບ ຖືຮຸ້ນ 20% ແລະ ບໍລິສັດອິນເຕີຄອມພິວເຕີ ຈຳກັດ ຖືຮຸ້ນ 80% ໂດຍນໍາໃຊ້ທີ່ດິນ ແລະ ອາຄານຂອງບໍລິສັດ ທີ່ມີຢູ່ແລ້ວ ເຊິ່ງຕັ້ງຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຈຸດປະສົງ ຂອງການດຳເນີນທຸລະກິດ ເພື່ອເປັນທີ່ປຶກສາໃຫ້ບໍລິການດ້ານໄອທີ, ພັດທະນາບຸກຄະລາກອນ ດ້ານລະບົບໄອທີ ໃຫ້ກຳລັງປ້ອງກັນຄວາມສະຫງົບ ແລະ ສັງຄົມ ທົ່ວໄປ ເຮັດໃຫ້ທັງສອງຝ່າຍມີ ຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ ໃຫ້ຖືກກັບທິດຊີ້ນຳ ຂອງຂັ້ນເທິງໃນການສ້າງພະລາທິ ການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຄົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ຈາກນັ້ນ, ຄູ່ຮ່ວມທຸລະກິດ ທັງສອງຝ່າຍ ກໍໄດ້ພ້ອມກັນຂຶ້ນຕັດແຖບຜ້າ ເພື່ອເປັນການເປີດບໍລິສັດ ຮ່ວມທຶນ ໄອທີລາວ ຈຳກັດ ຢ່າງເປັນທາງການ ໂດຍມີບັນດາທ່ານຄະນະນຳກະຊວງ ປກສ, ກົມໃຫຍ່ພະລາທິການ ແລະ ບໍລິສັດ ອິນເຕີຄອມພິວເຕີ ເຂົ້າຮ່ວມ ເປັນສັກຂີພະຍານ. ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 2 ພຶດສະພາ ຜ່ານມານີ້.