ຝຶກອົບຮົມວຽກງານກວດຄົນເຂົ້າ-ອອກເມືອງ ໃຫ້ ປກສ 4 ແຂວງພາກເໜືອ

ໃນວັນທີ 6 ພຶດສະພາ 2019, ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ເປີດຊຸດຝຶກອົບຮົບວຽກງານກວດຄົນເຂົ້າ-ອອກເມືອງ ໃຫ້ພະນັກງານ-ນັກຮົບ 4 ແຂວງພາກເໜືອ. ມີ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ຫົວໜ້າຄະນະຫ້ອງອ້ອມຂ້າງກອງບັນຊາການ ພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມ.

ພັທ ກອງແກ້ວ ສິງມີໄຊ  ກ່າວວ່າ:

ການຝຶກອົບຮົມໃນຄັ້ງນີ້, ມີນັກສໍາມະນາກອນມາຈາກ 4 ແຂວງ ຄື: ປກສ ແຂວງຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ ແລະ ປກສ ແຂວງຜົ້ງສາລີ ລວມທັງໝົດ 104 ສະຫາຍ ຍິງ 7 ສະຫາຍ ໂດຍຈະໄດ້ເຊື່ອມຊຶມບັນດາເອກະສານ ເຊັ່ນ: ເອກະສານວຽກງານກວດກາຄົນເຂົ້າ-ອອກເມືອງ, ວຽກງານປະສານງານ ແລະ ຮ່ວມມືສາກົນ, ວຽກງານຄຸ້ມຄອງຂໍ້ມູນຂ່າວສານ-ເຕັກນິກ, ວຽກງານຕ້ານເປົ້າໝາຍເຂົ້າ-ອອກເມືອງ ແລະ ວຽກງານນິຕິກຳຕ່າງໆ.

ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃນຂອບເຂດທົ່ວປະເທດ ໃນການຈັດຕັ້ງປະຕິບັດລະບຽບການ ແລະ ກົດໝາຍໃຫ້ເຂັ້ມງວດ, ມີຄວາມພ້ອມ ແລະ ເປັນເອກະພາບແຕ່ສູນກາງລົງຮອດທ້ອງຖິ່ນ, ເພີ່ມທະວີວຽກງານບໍລິການຄົນເຂົ້າ-ອອກເມືອງ ໃຫ້ແກ່ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ຮັດກຸມໃຫ້ແກ່ການກວດຄົນ ແລະ ພາຫະນະໃນການເດີນທາງເຂົ້າ-ອອກ ສປປ ລາວ ພ້ອມທັງ ດຶງດູດນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກລົງທຶນເຂົ້າມາ ສປປ ລາວ ໃຫ້ນັບມື້ຫຼາຍຂື້ນ. ການເຝຶກອົບຮົບດັ່ງກ່າວ ຈະໄດ້ດຳເນີນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 6-10 ພຶດສະພາ 2019 ຈຶ່ງສໍາເລັດ.