ກົມຄຸ້ມຄອງຄົນຕ່າງປະເທດ ລົງຊີ້ນຳວຽກງານຢູ່ ປກສ ແຂວງບໍລິຄຳໄຊ

ວັນທີ 6 ພືດສະພາ ນີ້, ພັທ ພອນທິບ ພົມພັກດີ ຮອງຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງຊີ້ນໍາວຽກງານຢູ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໃຫ້ການຕ້ອນຮັບໂດຍ  ພັທ ວົງວິໄລ ອິນທິສານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີຄະນະພະແນກ, ບັນດາໜ່ວຍງານ ແລະ ພະນັກງານວິຊາການພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ບຸນລ້ອມ ດາລາສຸກ ຫົວໜ້າພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງ ໄດ້ລາຍງານສະພາບໂດຍລວມກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານກວດກາແກ້ໄຂຄົນຕ່າງປະເທດທີ່ເຂົ້າມາປະກອບອາຊີບ, ຄ້າ-ຂາຍ, ດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຢູ່ແຂວງ. ປີຜ່ານມາ, ກວດພົບເຫັນຄົນຕ່າງປະເທດ ທີ່ເຂົ້າມາພັກເຊົາ, ປະກອບອາຊີບ, ຄ້າ-ຂາຍ, ດໍາເນີນທຸລະກິດ ຈໍານວນ 4.126 ຄົນຍິງ 477, ລວມມີ 25 ສັນຊາດ,  ຫຼາຍກວ່າໝູ່ ແມ່ນສັນຊາດຫວຽດນາມ, ຮອງລົງມາແມ່ນຈີນ, ໄທ, ແລະ ສັນຊາດອື່ນໆຕາມລໍາດັບ.

ໃນນັ້ນ, ເຂົ້າມາຖືກຕ້ອງຕາມກົດໝາຍມີ ຈໍານວນ 2.316 ຄົນ ແລະ ບໍ່ຖືກຕ້ອງຕາມກົດໝາຍ ຈໍານວນ 1.810 ຄົນ ໄດ້ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ໄດ້ 1.760 ຄົນຍິງ 362 ຄົນ; ປັບສະຖານະພາບ 1.021 ຄົນ ສໍາລະສະສາງ 739 ຄົນ ເມື່ອທຽບໃສ່ການຂຶ້ນທະບຽນອອກບັດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດໃນປີ 2017 ເຫັນວ່າມີແນວໂນ້ມຫຼຸດລົງ 34,70 %, ຄິດໄລ່ເປັນຈໍານວນ 628 ຄົນ ແລະ ຈໍານວນໜຶ່ງໄດ້ຫັນມາປະກອບເອກະສານ, ປະກອບອາຊີບທີ່ຖືກຕ້ອງຕາມລະບຽບກົດໝາຍ, ຈໍານວນໜຶ່ງ ແມ່ນໄດ້ຢຸດເຊົາດໍາເນີນທຸລະກິດ ແລະ ກັບຄືນປະເທດ.

ໂອກາດດຽວກັນ, ທ່ານຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ກວດກາຄົນຕ່າງປະເທດ, ເກັບກໍາສະຖິຕິ ແລະ ຄຸ້ມຄອງການພັກເຊົາຂອງຄົນຕ່າງປະເທດ, ເອົາໃຈໃສ່ກວດກາ-ຄຸ້ມຄອງການຂໍອະນຸຍາດແຕ່ງດອງ ແລະ ຂໍຢູ່ລາວຖາວອນ, ວຽກງານຄຸ້ມຄອງ ແລະ ກວດກາຄົນຕ່າງປະເທດ ໃຫ້ມີຄວາມລະອຽດອ່ອນ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫັນເຂົ້າສູ່ລະບົບເທື່ອລະກ້າວ ໃນວາລະລົງຊີ້ນໍາວຽກງານຢູ່ ປກສ ແຂວງບໍລິຄໍາໄຊ ໃນຄັ້ງນີ້ ກົມຄຸ້ມຄອງຄົນຕ່າງປະເທດ ກໍໄດ້ນໍາຄອມພິວເຕີ ຈໍານວນ 2 ຊຸດ, ພ້ອມດ້ວຍປີ່ນເຕີ 1 ເຄື່ອງ ມອບໃຫ້ພະແນກຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ.