ທ່ານ ວິວເບີ ຣອສ ລັດຖະມົນຕີວ່າການ ກະຊວງການເງິນ ສະຫະລັດອາເມລິກາ

ທ່ານ ວິວເບີ ຣອສ ລັດຖະມົນຕີວ່າການ ກະຊວງການເງິນ ສະຫະລັດອາເມລິກາ ກ່າວໃນວັນທີ 8 ພຶດສະພາ ນີ້ ວ່າ: ຄວາມຊ່ຽວຊານດ້ານເຕັກໂນໂລຊີ ຂອງ ສະຫະລັດອາເມລິກາ ຈະມີບົດບາດສຳຄັນຕໍ່ ການພັດທະນາເສດຖະກິດຂອງອິນເດຍ ແຕ່ນັ້ນໝາຍເຖິງ ອິນເດຍ ຈະຕ້ອງເປີດຕະຫຼາດໃຫ້ຫຼາຍກວ່ານີ້.

ທ່ານລັດຖະມົນຕີການເງິນ ສະຫະລັດອາເມລິກາ ມີຄວາມເຫັນວ່າ:

ອິນເດຍ ຈະກ້າວຂຶ້ນມາເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ ເປັນອັນດັບ 3 ຂອງໂລກ ໃນອີກ 11 ປີຂ້າງໜ້າ, ພ້ອມທັງຈະເປັນຕະຫຼາດຜູ້ບໍລິໂພກໃຫຍ່ທີ່ສຸດໃນໂລກ ເພາະເປັນຜົນມາຈາກການເຕີບໃຫຍ່ຂອງກຸ່ມຄົນຊົນຊັ້ນກາງ ໃນອິນເດຍ;

ແຕ່ປັດຈຸບັນ, ອິນເດຍ ຍັງຄົງເປັນຕະຫຼາດສົ່ງອອກສິນຄ້າ ອັນດັບ 13 ຂອງ ສະຫະລັດອາເມລິກາ ເນື່ອງຈາກ ອິນເດຍ ມີກົດລະບຽບຕ່າງໆທີ່ເປັນອຸປະສັກ ຕໍ່ການເຂົ້າເຖິງຕະຫຼາດ ອິນເດຍ.

ນອກນັ້ນ, ອິນເດຍ ຍັງມີມາດຕະການພາສີກັບ ສິນຄ້ານຳເຂົ້າຈາກ ສະຫະລັດອາເມລິກາ ເຖິງ 13,8% ເຊິ່ງຖືວ່າສູງທີ່ສຸດ ໃນກຸ່ມປະເທດເສດຖະກິດລາຍໃຫຍ່ຂອງໂລກ; ຂະນະທີ່ ສະຫະລັດອາເມລິກາ ເປັນຕະຫຼາດສົ່ງອອກຂະໜາດໃຫຍ່ທີ່ສຸດຂອງ ອິນເດຍ ຄິດເປັນອັດຕາສ່ວນເຖິງ 20% ຂອງປະລິມານສິນຄ້າສົ່ງອອກໂດຍລວມຂອງ ອິນເດຍ.