ແຂວງຜົ້ງສາລີ ເຊື່ອມຊືມພາລະບົດບາດຂະບວນການກາແດງ

ອາທິດຜ່ານມາ, ອົງການກາແດງລາວ ຮ່ວມກັບອົງການກາແດງແຂວງຜົ້ງສາລີ ໄດ້ຈັດພິທີເຜີຍແຜ່ພາລະບົດບາດຂອງຂະບວນດານກາແດງສາກົນ ແລະ ກົດໝາຍກາແດງລາວ, ເປັນປະທານໂດຍ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ ປະທານອົງການກາແດງແຂວງ; ມີທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ; ມີບັນດາທ່ານຄະນະພະແນກ, ນາຍ ແລະ ພົນຕຳຫຼວດ, ພະນັກງານ-ລັດຖະກອນຈາກພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໃຫ້ຮູ້ວ່າ: ອົງການກາແດງສາກົນ ເປັນອົງການມະນຸດສະທຳທີ່ໃຫຍ່ທີ່ສຸດໃນໂລກ ປະກອບດ້ວຍອົງການກາແດງ ແລະ ຊີກວົງເດືອນແດງ 186 ປະເທດ ແລະ ໄດ້ຮັບການສະໜັບສະໜູນຈາກອາສາສະໝັກ ແລະ ສະມາຊິກທົ່ວໂລກຫຼາຍກວ່າ 100 ລ້ານຄົນ ເຊິ່ງອົງການກາແດງ ແມ່ນເຮັດວຽກງານ ບົນພື້ນຖານ 7 ຫຼັກການ ຄື: ຄວາມເປັນມະນຸດສະທຳ, ຄວາມທ່ຽງທຳ, ຄວາມເປັນກາງ, ຄວາມເປັນເອກະລາດ, ຄວາມມີນໍ້າໃຈອາສາສະໝັກ, ຄວາມເປັນເອກະພາບ ແລະ ຄວາມມີນໍ້າໃຈສາກົນ. ສຳລັບອົງການກາແດງລາວ ແມ່ນອົງການຈັດຕັ້ງທາງສັງຄົມແຫ່ງ ສປປ ລາວ ເປັນສະມາຊິກອົງການກາແດງສາກົນ ແລະ ຊີກວົງເດືອນແດງສາກົນ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955 ທີ່ມີໜ້າທີ່ຊ່ວຍສະໜັບສະໜູນລັດຖະບານ ໃນວຽກງານບັນເທົາທຸກຕໍ່ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ ແລະ ຜູ້ທຸກຍາກດ້ອຍໂອກາດ, ຊ່ວຍປົກປ້ອງຮັກສາສຸຂະພາບປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຍຸຕິທຳຕາມ 7 ຫຼັກການພື້ນຖານ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ.

ກົດໝາຍວ່າດ້ວຍວຽກງານກາແດງລາວ ປະກອບດ້ວຍ 10 ພາກ 5 ໝວດ ແລະ 65 ມາດຕາ ທີ່ຈັດພິມເປັນພາສາລາວ ແລະ ພາສາອັງກິດ ເຊິ່ງມີບົດບາດ ແລະ ຄວາມສຳຄັນ ເພື່ອເປັນການພັດທະນາລະດັບການເຄື່ອນໄຫວຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ທັນສະໄໝເທື່ອລະກ້າວ, ການປະຕິບັດກົດລະບຽບ ແລະ ພັນທະສາກົນຂອງ ສປປ ລາວ ເປັນພາຄີໃຫ້ແທດເໝາະກັບຄວາມເປັນຈິງ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ຂະແໜງການທີ່ກ່ຽວຂ້ອງ ໃນການປະກອບສ່ວນຈັດຕັ້ງປະຕິບັດວຽກງານກາແດງໃຫ້ໄດ້ຮັບຜົນດີ.