ທາງການຈີນ ດຳເນີນການປະຫານຊີວິດຜູ້ຖືກຫາ 6 ຄົນ ໃນຄະດີສັງຫານແຮງງານເໝືອງ 11 ຄົນ

ໃນວັນທີ 7 ພຶດສະພາ ທີ່ຜ່ານມາ, ສຳນັກຂ່າວ ເຊົາ ໄຊນາ ມໍນິງ ໂພສ ລາຍງານວ່າ: ທາງການຈີນ ດຳເນີນການປະຫານຊີວິດຜູ້ຖືກຫາ 6 ຄົນ ໃນຄະດີສັງຫານແຮງງານເໝືອງ 11 ຄົນ ໂດຍເຈດຕະນາລອກລວງໃຫ້ໄປເຮັດວຽກໃນເໝືອງ ແລະ ສັງຫານເພື່ອເອົາເງິນປະກັນ ຈາກນາຍຈ້າງໃນຖານະຍາດພີ່ນ້ອງ.

ການປະຫານຊີວິດ ເກີດຂຶ້ນໃນວັນທີ 12 ເມສາ ທີ່ຜ່ານມາ ຫຼັງຈາກສານເມືອງຫຼິນເຟິນ ມົນທົນຊານຊີ ມີຄຳພິພາກສາໃນຄະດີດັ່ງກ່າວ ຫຼັງພົບວ່າຈຳເລີຍທັງ 6 ຄົນ ໄດ້ແກ່ ທ້າວ ເປັງ ຫວັ່ນຊຸນ, ທ້າວ ກົ໋ວ ເຕີ້ຈິງ, ທ້າວ ຫວັງ ຫົງຫຼິນ, ທ້າວ ຈາງ ຫຍວນເໝີຍ, ທ້າວ ໄປ໋ ຫຍວນກຸ້ຍ ແລະ ທ້າວ ຫຼິວ ຊູຊຸນ ມີຄວາມຜິດຮ່ວມກັນ.

ຄວາມຜິດດັ່ງກ່າວກ່ຽວກັບການທີ່ຜູ້ຖືກຫາທັງ 6 ຄົນ ວາງແຜນລອກລວງຄົນຮູ້ຈັກ ແລະ ຄົນທຸກຍາກ ໄປເຮັດວຽກໃນເໝືອງ ກ່ອນຈະລອບສັງຫານ ແລ້ວລອກລວງນາຍຈ້າງວ່າ ເສຍຊີວິດເພາະອຸບັດຕິເຫດ ພ້ອມທັງອ້າງວ່າເປັນຍາດພີ່ນ້ອງຂອງຜູ້ຕາຍ ເພື່ອເອົາເງິນປະກັນຊີວິດ ໄດ້ເງິນໄປລວມ 3 ລ້ານຢວນ ໃນລະຫວ່າງປີ 2007-2017.

ພາບປະກອບ

ການສືບສວນ-ສອບສວນ ພົບວ່າ:

ຈຳເລີຍກຸ່ມນີ້ ລຽນແບບຮູບເງົາຈີນເລື່ອງ ໄບຼ ຊາບ ເຊິ່ງໄດ້ລາງວັນ ຊິວເວີ ແບ ຢູ່ທີ່ເທດສະການຮູບເງົານາໆຊາດ ນະຄອນຫຼວງເບີລິນ ປະເທດເຢຍລະມັນ ໃນປີ 2013 ເຊິ່ງສ້າງມາຈາກໂຄງເລື່ອງຈິງ ໃນຂະບວນການລອກລວງແຮງງານ ໄປເຮັດວຽກໃນເໝືອງ ແລ້ວສັງຫານຫຼາຍກວ່າ 200 ຄົນ ເພື່ອເອົາເງິນປະກັນ.

ສ່ວນຄະດີຫຼ້າສຸດນັ້ນ ລາຍງານລະບຸວ່າ:

ກໍລະນີສັງຫານ, ບາງຄັ້ງນັ້ນ ຜູ້ຖືກຫາ 6 ຄົນ ລອກລວງຊາຍຄົນໜຶ່ງ ສະກຸນ ຫຍິນ ອາຍຸ 31 ປີ ໄປເຮັດວຽກທີ່ເໝືອງແຫ່ງໜຶ່ງ ໃນເມືອງຫຼິນເຟິນ ແຕ່ມຊ້ຊື່ປອມວ່າ ສະຫຸນ ຟູ ຕໍ່ມາ 2 ອາທິດ ຈຶ່ງລົງມືຂ້າດ້ວຍການໃຊ້ຂວານຟາດຫົວຈົນເສຍຊີວິດ ແລ້ວໄປເອົາເງິນປະກັນກັບນາຍຈ້າງ ໂດຍອ້າງວ່າເປັນອຸບັດຕິເຫດ.

ພາບປະກອບ

ອີກກໍລະນີໜຶ່ງ, ຜູ້ຖືກຫາທັງ 6 ຄົນ ເຖິງຂັ້ນພະຍາຍາມວາງລະເບີດເໝືອງ ເພື່ອຂ້າຊາຍຄົນໜຶ່ງ ສະກຸນ ສ່ຽວ ແຕ່ບໍ່ສຳເລັດ ຕໍ່ມາຈຶ່ງຂ້າດ້ວຍການໃຊ້ຂວານ ແລະ ຫີນ ລຸມທຳຮ້າຍຈົນບາດເຈັບສາຫັດ ແຕ່ທາງນາຍຈ້າງຮີບໃຫ້ນຳສົ່ງໂຮງໝໍ ຈຳເລີຍຈຶ່ງຂໍຂຶ້ນລົດໄປດ້ວຍ ແລະ ໃຊ້ຜ້າອັດດັງອັດປາກຜູ້ບາດເຈັບ ຈົນຂາດໃຈຕາຍກ່ອນເຖິງໂຮງໝໍ.