ໜ່ວຍພັກພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຈັດກອງປະຊຸມໃຫຍ່ ຄັ້ງທີ 3

ທ້າຍເດືອນເມສາຜ່ານມາ, ໜ່ວຍພັກພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຕົນຂຶ້ນ, ໂດຍການເປັນປະທານຂອງ ຮອ ໄຊສະຫວາດ ວົງສະຫວັນ ເລຂາໜ່ວຍພັກພະກແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ມີ ພັທ ສອນວິໄລ ຕຸລາທອງ ເລຂາຄະນະພັກຮາກຖານຫົວໜ້າຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ຮອ ສິງແກ້ວ ສຸລິຍະທຳ ຮອງເລຂາໜ່ວຍພັກ ພະແນກຕໍາຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ໃຫ້ ຮູ້ວ່າ:

ໄລຍະຜ່ານມາໄດ້ມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 317 ເລື່ອງ, ກັກ ຜູ້ຖືກຫາ ໄດ້ 427 ຄົນ ຍິງ 76 ຄົນ. ໃນນີ້ ຄົນຕ່າງປະເທດ 14 ຄົນ, ດຳເນີນສຳເລັດແລ້ວ 267 ເລື່ອງ, ມີຜູ້ຖືກຫາ 355 ຄົນ  ຍິງ  68 ຄົນ, ພວມສືບຕໍ່ດຳເນີນ 50 ເລື່ອງ, ຜູ້ຖືກຫາ 72 ຄົນ ຍິງ 8 ຄົນ, ຕ່າງປະເທດ 7 ຄົນ, ຢຶດຂອງກາງຢາບ້າ ໄດ້ຈຳນວນ 5.135.907 ເມັດ, ເຮໂຣອິນ 210,95 ກິໂລກຼາມ, ຢາຝິ່ນ 81,8 ກິໂລ ກຼາມ, ຢາໄອສ໌ 13,9 ກຼາມ, ເຄື່ອງຜະລິດຢາບ້າ 6 ເຄື່ອງ, ອາວຸດເສິກ ຈໍານວນ 9 ກະບອກ, ລູກປືນ 749 ລູກ, ປືນກິລາ ແລະ ປືນລ່າເນື້ອ 10 ກະບອກ, ລົດໃຫຍ່ 40 ຄັນ, ລົດຈັກ 107 ຄັນ, ເງິນໂດລາ 50.020 ໂດລາສະຫະລັດ, ເງິນບາດ 5.414.950 ບາດ, ເງິນຢວນ 200 ຢວນ, ເງິນກີບ 394.336.000 ກີບ, ຄຳ 44 ບາດ, ເງິນບາດປອມ 104.000 ບາດ, ເງິນກີບປອມ 25.800.000 ກີບ ແລະ ເຄື່ອງຂອງກາງອື່ນໆ.

ກອງປະຊຸມກໍໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໂດຍແມ່ນ ຮອ ໄຊສະຫວາດ ວົງສະຫວັນ ເປັນເລຂາໜ່ວຍພັກ, ຮອ ສິງແກ້ວ ສຸລິຍະທຳ ເປັນຮອງເລຂາ ແລະ ຮອ ບຸນຈັນ ເປັນຄະນະພັກຊຸດໃໝ່.

ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນດຽວກັນ ໜ່ວຍພັກພະແນກຫ້ອງການ ແລະ ສິ່ງແວດລ້ອມຫ້ອງຕໍາຫຼວດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III, ໂດຍການເປັນປະທານຂອງ ພັຕ ພອນສະຫວັດ ໄຊພະແຈ້ງ ເລຂາໜ່ວຍພັກ ຫົວໜ້າພະແນກຫ້ອງການ, ເຂົ້າຮ່ວມມີ ພັທ ສອນວິໄລ ຕຸລາທອງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຕຳຫຼວດ, ມີຄະນະໜ່ວຍພັກ, ແຂກຮັບເຊີນຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.