ເຮືອບິນບັງກຼາເດດ ເກີດອຸບັດຕິເຫດ ທີ່ນະຄອນຫຼວງຢາງກຸງ ປະເທດມຽນມາ

ສຳນັກຂ່າວ ເດລີ ສະຕາ ລາຍງານ ໃນວັນທີ 8 ພຶດສະພາ ທີ່ຜ່ານມາ ວ່າ: ເຮືອບິນຂອງສາຍການບິນ ພິມານ ສາຍການບິນແຫ່ງຊາດຂອງບັງກຼາເດດ ໄຫຼອອກນອກຣັນເວ ຂະນະລົງຈອດທີ່ສະໜາມບິນນາໆຊາດ ນະຄອນຫຼວງຢາງກຸງ ປະເທດມຽນມາ ສົ່ງຜົນໃຫ້ຜູ້ໂດຍສານ ແລະ ພະນັກງານ ລວມ 33 ຄົນ ໄດ້ຮັບບາດເຈັບ.

ເຮືອບິນດັ່ງກ່າວຄື ເຮືອບິນບອມບາເດຍ ແດສ 8 ຄິວ 400 ຖ້ຽວບິນບີຈີ 060

ຝ່າຍປະຊາສຳພັນຂອງສາຍການບິນ ພິມານ ລະບຸວ່າ:

ເຮືອບິນບອມບາເດຍ ແດສ 8 ຄິວ 400 ຖ້ຽວບິນບີຈີ 060 ເດີນທາງອອກຈາກສະໜາມບິນນາໆຊາດ ຈາລານ ຂອງບັງກຼາເດດ ໃນເວລາປະມານ 15:45 ໂມງ ຕາມເວລາທ້ອງຖິ່ນ ແລະ ປະສົບອຸບັດຕິເຫດໄຫຼອອກນອກຣັນເວ ທີ່ສະໜາມບິນນາໆຊາດ ນະຄອນຢາງກຸງ ໃນເວລາປະມານ 18:20 ໂມງ ເນື່ອງຈາກສະພາບອາກາດບໍ່ດີ, ສ່ວນຕົວເຮືອບິນ ແມ່ນໄດ້ຮັບຄວາມເສຍຫາຍໜັກ ເຊັ່ນກັນ.

ມີຜູ້ບາດເຈັບລວມ 33 ຄົນ ແລະ ຕົວເຮືອບິນ ແມ່ນໄດ້ຮັບຄວາມເສຍຫາຍໜັກ

ທັ້ງນີ້, ຜູ້ໂດຍສານ ແລະ ພະນັກງານ ລວມ 33 ຄົນ ໄດ້ຮັບບາດເຈັບ ແຕ່ບໍ່ມີໃຜຢູ່ໃນອາການວິກິດ. ແນວໃດກໍຕາມ, ໃນຈຳນວນນີ້ມີ 15 ຄົນ ຖືກນຳສົ່ງໂຮງໝໍແລ້ວ ແລະ ຂະນະນີ້, ສະໜາມບິນນາໆຊາດ ນະຄອນຢາງກຸງ ກໍໄດ້ຢຸດຕິການບິນຫຼັງເກີດເຫດແລ້ວ.

ຜູ້ໂດຍສານຈຳນວນໜຶ່ງ ຖືກນຳສົ່ງໂຮງໝໍແລ້ວ