ວັນທີ 13 ພຶດສະພາ 2019, ພົຕ ກົງທອງ ພົງວິຈິດ ຮອງລັດ ຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ພ້ອມຄະນະກົມວິຊາສະເພາະທີ່ຂຶ້ນກັບກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະ ນະຜູ້ແທນກົມ A06 ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ, ເຊິ່ງນໍາໂດຍ ພົຈວ ຫງວ໋ຽນ ແມ້ງຈຸງ ຫົວໜ້າກົມ A06 ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ໃນໂອກາດທີ່ທ່ານພ້ອມຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບກົມ 202 ແລະ ກົມ 205 ກົມໃຫຍ່ສັນຕິບານ ໃນລະຫວ່າງວັນທີ 13-14 ພຶດສະພານີ້, ບົນພື້ນຖານກອບການຮ່ວມມືຂອງສອງກະຊວງ ທີ່ໄດ້ເຊັນບົດບັນທຶກຊ່ວຍຈຳໃນແຕ່ລະປີ.

ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພົຈວ ຫງວ໋ຽນ ແມ້ງຈຸງ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຕຳຫຼວດ ສສ ຫວຽດນາມ ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ຄະນະພັກ-ຄະນະນຳກະຊວງ ປກສ ແຫ່ງ ສປປ ລາວ ລວມທັງຄະນະພັກ-ຄະນະນຳກົມໃຫຍ່ສັນຕິບານ ທີ່ ສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ຄະນະຜູ້ແທນກົມ A06 ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ມີການພົບປະຮ່ວມມືກັບກົມ 202 ແລະ ກົມ 205 ກົມໃຫຍ່ສັນຕິ ບານ, ເຊິ່ງເປັນການປະກອບສ່ວນຮັດແໜ້ນຄວາມສາມັກຄີ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງກະຊວງ ໂດຍສະເພາະມູນເຊື້ອການຊ່ວຍເຫຼືອເຊິ່ງກັນແລະກັນ ສາມາດຮັບປະກັນວຽກງານວິຊາສະເພາະຂອງ ແຕ່ລະກົມມີຄວາມເຂັ້ມແຂງຂຶ້ນຕື່ມ.

ໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວເຮັດວຽກຂອງຄະນະຜູ້ແທນກົມ A06 ກັບກົມ 202 ແລະ ກົມ 205 ທີ່ຍາມໃດກໍມີການຊ່ວຍເຫຼືອສະໜັບສະໜູນກັນຕະຫຼອດມາ ໂດຍຕິດພັນກັບການ ສ້າງບຸກຄະລາກອນ ກໍຄືການພັດທະນາກຳລັງ ປກສ ລາວ ແລະ ກຳລັງຕຳຫຼວດຫວຽດນາມ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມຊຳນິຊຳນານທາງດ້ານວຽກງານວິຊາສະເພາະແນໃສ່ ປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບປອດໄພ ໃຫ້ປະເທດຊາດ ແລະ ປະຊາຊົນໄດ້ເປັນຢ່າງດີ.