ທ້າຍອາທິດຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ ຈັດພິທີປາຖະ ກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ໂດຍການປາຖະກະຖາໂດຍ ພັອ ທອງສຸກ ຍາເອີລາວລີ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາທິການ, ມີບັນດາຄະນະຊາວໜຸ່ນ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງກົມໃຫຍ່ເຂົ້າຮ່ວມ.

ພັອ ທອງສຸກ ຍາເອີລາວລີ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ບົດບາດທີ່ຕັ້ງຍຸດທະສາດ ແລະ ມູນເຊື້ອອັນອົງອາດກ້າຫານຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເຊິ່ງຕິດພັນກັບມູນເຊື້ອຂອງຊາດ-ຂອງພັກ ນັບແຕ່ມື້ເລີ່ມສ້າງຕັ້ງ ໂດຍຜ່ານແຕ່ລະໄລຍະຈົນເຖິງປັດຈຸບັນ; ຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ສ້າງຜົນງານ, ສ້າງວິລະກຳແຫ່ງການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ຍອມເສຍສະລະເລືອດເນື້ອຂອງຊາວໜຸ່ມລາວບັນດາເຜົ່າ, ທັບມ້າງແອກປົກຄອງ ແລະ ທຸກກົນອຸບາຍຂອງພວກລ່າເມືອງຂຶ້ນ ເພື່ອກອບກູ້ເອົາຜືນແຜ່ນດິນອັນຄົບຖ້ວນ ນໍາເອົາຄວາມເປັນເອກະລາດ ປະຊາທິປະໄຕມາສູ່ປວງຊົນລາວທັງຊາດ ຈົນເປັນທີ່ຮູ້ຈັກກັນໃນທົ່ວ ໂລກ. ການຈັດພິທີປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ກົມໃຫຍ່ພະລາທິການ ປກສ ກຳໄດ້ເຖິງປະຫວັດຄວາມເປັນມາ, ມູນເຊື້ອອັນດີງາມ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງຊາວໜຸ່ມລາວໃນແຕ່ລະໄລຍະ.