ຄະນະພັກຮາກຖານຄ້າຍຄຸມຂັງຊໍາເຄ້ ຊຸດໃໝ່ (ຊຸດທີ II) ຈະສືບຕໍ່ນໍາພາສະມາຊິກພັກ ປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຈະສຸມໃສ່ສ້າງສະ ມາຊິກພັກເຂັ້ມແຂງໃຫ້ໄດ້ 95% ຂຶ້ນໄປ ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ເດັດຂາດ ບໍ່ໃຫ້ສະມາຊິກພັກຖືກປະຕິບັດວິໄນ.

ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານຄ້າຍຄຸມຂັງຊໍາເຄ້ ທີ່ຈັດຂຶ້ນໃນວັນທີ 10 ພຶດສະພາ 2019 ໂດຍການເຂົ້າຮ່ວມຂອງ ພັອ ສົມລິດ ດາວຮຸ່ງສຸລິ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ພ້ອມດ້ວຍຄະນະພັກຮາກຖານຄ້າຍ, ແຂກຮັບເຊີນ ແລະ ສະມາຊິກພັກ; ໃນພິທີ, ພັທ ບົວເກດ ຫອມສົມບັດ ເລຂາຄະນະພັກຮາກຖານ ຫົວໜ້າຄ້າຍຄຸມຂັງຊໍາເຄ້ ໄດ້ຍົກໃຫ້ເຫັນວ່າ: ໃນ 5 ປີ ຕໍ່ໜ້າ, ຄະນະ ພັກຮາກຖານຄ້າຍຄຸມຂັງຊໍາເຄ້ຊຸດໃໝ່ ຈະສືບຕໍ່ປຸກລະດົມສະມາຊິກພັກແຕ່ລະສະຫາຍ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ປັບປຸງ ແບບແຜນວິທີເຮັດວຽກໃຫ້ດີ ແນໃສ່ຍົກສູງປະສິດທິຜົນຂອງວຽກງານ ເປັນຕົ້ນແມ່ນວຽກງານປ້ອງກັນຄ້າຍຄຸມຂັງ ປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນຄວາມປອດໄພບໍ່ໃຫ້ນັກໂທດ-ຜູ້ຖືກຫາ, ຜູ້ຖືກດັດສ້າງໂຕນໜີ ເຮັດໃຫ້ພາຍໃນຄ້າຍມີຄວາມເປັນລະບຽບຮຽບຮ້ອຍ; ພ້ອມດຽວກັນນັ້ນ ກໍສືບຕໍ່ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນໃຫ້ໄດ້ 90%, ສ້າງສະມາຊິກພັກເຂັ້ມແຂງໃຫ້ໄດ້ 95% ຂຶ້ນໄປ ບໍ່ໃຫ້ມີສະມາ ຊິກພັກເສຍທາດ, ຂະຫຍາຍສະມາຊິກພັກໃໝ່ ໃຫ້ໄດ້ 15-20 ສະຫາຍ.

ໃນໄລຍະ 5 ປີ ຜ່ານມາ, ຄະນະພັກຮາກຖານຄ້າຍຄຸມຂັງຊໍາເຄ້ ໄດ້ນໍາພາສະມາຊິກພັກປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນການປ້ອງກັນຄ້າຍຄຸມຂັງ ມີຄວາມສະຫງົບປອດໄພ, ມີການປະຈໍາການຕະຫຼອດ 24 ຊົ່ວໂມງ, ປ້ອງກັນຄຸມສົ່ງນັກໂທດໄປຂຶ້ນສານ, ໄປໂຮງໝໍ, ໄປອອກແຮງງານ ແລະ ການເຄື່ອນຍ້າຍຕ່າງໆແມ່ນ ມີຄວາມປອດໄພ, ມີການສຶກສາອົບຮົມນັກໂທດດ້ວຍຫຼາຍວິທີ ເຮັດໃຫ້ນັກໂທດກາຍເປັນບຸກຄົນທີ່ດີ, ເຊິ່ງສະແດງອອກໃນຊຸມປີຜ່ານມາ, ມີນັກໂທດພາຍໃນຄ້າຍໄດ້ຮັບການອະໄພຍະໂທດ-ຜ່ອນໂທດ ຈາກທ່ານປະທານປະເທດ ລວມທັງໝົດ 622 ຄົນ; ໃນນີ້, ອະໄພຍະໂທດປ່ອຍຕົວ 151 ຄົນ, ຜ່ອນໂທດ ມີ 471 ຄົນ, ຈາກຜົນງານດັ່ງກ່າວ ເຮັດໃຫ້ສະມາຊິກພັກ ໄດ້ປະເພດແຂງ 34 ສະຫາຍ, ກວມ ເອົາ 94%, ປະເພດກາງ 2 ສະຫາຍ ກວມເອົາ 6% ປະກົດການຫຍໍ້ທໍ້ຢູ່ພາຍໃນແມ່ນໄດ້ຮັບການແກ້ໄຂ ແລະ ຫຼຸດລົງຢ່າງຈະແຈ້ງ, ຄວາມສາມັກຄີພາຍໃນຄະນະພັກ-ຄະນະບັນຊາແມ່ນແໜ້ນແຟ້ນດີ, ຄ້າຍຄຸມຂັງຊໍາເຄ້ ສາມາດປົກປັກຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ພັດທະນາພື້ນຖານໂຄງລ່າງໄດ້ດີພໍສົມຄວນ.

ກອງປະຊຸມໄດ້ປ່ອນບັດຄັດ ເລືອກເອົາຄະນະພັກຮາກຖານຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 7 ສະຫາຍ ເລືອກເອົາ 5 ສະ ຫາຍ; ໃນນັ້ນ, ເລືອກໄດ້ ພັທ ບົວເກດ ຫອມສົມບັດ ເປັນເລຂາຄະ ນະພັກຮາກຖານຄ້າຍຄຸມຂັງຊໍາເຄ້, ພັຕ ພົງສະຫວັນ ສິງເທບ ເປັນຮອງເລຂາ, ພັຕ ໄຊຍະເດດ ປະກັນໄພ ເປັນປະທານກວດກາ, ພັຕ ພອນໄຊ ແກ້ວຈໍາປາ ແລະ ພັຕ ນາງ ມາພອນ ແພງປັນຍາ ເປັນຄະນະ.