ກອງບັນຊາການ ປກສ ແຂວງ ຄຳມ່ວນ ໄດ້ສຶກສາອົບຮົມເຈົ້າຂອງຮ້ານກິນ-ດື່ມ ທີ່ມີສາວບໍລິການໃນຂອບເຂດເທດສະບານແຂວງ ໃນວັນທີ 9 ພຶດສະພາ 2019 ເພື່ອໃຫ້ເຂົາເຈົ້າຮັບຮູ້ລະບຽບກົດໝາຍ, ຂໍ້ກໍານົດຕ່າງໆ ແລະ ຫຼີກລ່ຽງຈາກການການຄ້າມະນຸດ; ເຂົ້າຮ່ວມສຶກສາອົບຮົມຂອງ ພັທ ຄຳພອນ ສີກຸມພົນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ເຈົ້າຂອງຮ້ານກິນ-ດື່ມ ແລະ ສາວບໍລິການ ພາຍໃນເທດສະບານແຂວງເຂົ້າຮ່ວມ.

ພັທ ຄຳພອນ ສີກຸມພົນ ໃຫ້ຮູ້ວ່າ: ການຄ້າມະນຸດມີຫຼາຍກໍລະນີ ເປັນຕົ້ນແມ່ນການຄ້າມະນຸດ ມີລັກສະນະຂ້າມຊາດ ແລະ ບໍ່ຂ້າມຊາດ, ເຊິ່ງໃນປັດຈຸບັນມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນທົ່ວໂລກຫຼາຍກວ່າ 40 ລ້ານ ຄົນ; ໃນນັ້ນ, ມີເດັກນ້ອຍ ແລະ ແມ່ຍິງ ແມ່ນກວມເອົາ 71% ເຂດພາກພື້ນອາຊີ ແລະ ປາຊີຟິຣກ ແມ່ນກວມເອົາ 65%; ສ່ວນ ສປປ ລາວ ແມ່ນເປັນປະເທດໜຶ່ງມີຊາຍແດນຕິດກັບ 5 ປະເທດ ເປັນເງື່ອນໄຂສ່ຽງຕໍ່ການຄ້າມະນຸດ ໂດຍຮູບການຖືກບັງຄັບຕົວະຍົວະຫຼອກລວງ ອັນເຮັດໃຫ້ປະຊາຊົນຊາວໜຸ່ມ, ແມ່ຍິງ ແລະ ເດັກນ້ອຍ ໄດ້ຕົກເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ເວົ້າສະເພາະພາຍໃນແຂວງຄຳມ່ວນ; ໃນຊຸມປີຜ່ານມາ ຍິງສາວລາວ ແລະ ເດັກນ້ອຍ ທີ່ຕົກເປັນຜູ້ຖືກເຄາະ ຮ້າຍເປັນຈຳນວນບໍ່ໜ້ອຍ, ເຊິ່ງຢູ່ໃນໄວເກນອາຍຸ 15 ຫາ 45 ປີ ທັງເພດຍິງ ແລະ ເພດຊາຍ ສ່ວນຫຼາຍແມ່ນມີນາຍໜ້າໄດ້ມາຊອກຫາ, ຂົນຂວາຍ, ເອົາຍິງສາວຄົນລາວທີ່ໜ້າຕາດີ ແລ້ວໝັ້ນໝາຍ ຫຼື ແຕ່ງດອງ ມີລັກສະນະແອບແຝງເພື່ອນຳອອກໄປຕ່າງປະເທດ ແລ້ວບໍ່ປະຕິບັດຕາມທີ່ໄດ້ຕົກລົງກັນໃນເບື້ອງຕົ້ນ ມີບາງກໍລະນີກໍ່ອາຊະຍະກຳນຳໄປຂາຍຕໍ່ໃຫ້ຄົນອື່ນ.

ປັດຈຸບັນ, ບັນດາຮ້ານກິນດື່ມ ທີ່ມີສາວບໍລິການສ່ວນຫຼາຍເຈົ້າຂອງຮ້ານແມ່ນໄດ້ວາງຂໍ້ກຳນົດອອກມາເອງ ເພື່ອໃຫ້ສາວບໍລິການປະຕິບັດຕາມ ເຊັ່ນ: ການຂາຍເຫຼົ້າ-ຂາຍເບຍຕ່າງໆ ແມ່ນຂາຍເອົາເປີເຊັນ ຖ້າຂາຍໄດ້ຫຼາຍ ແມ່ນໄດ້ເປີເຊັນຫຼາຍ ໂດຍບໍ່ມີເງິນເດືອນ ຫຼື ເງິນຄ່າຈ້າງແຮງງານ, ຮ້າຍແຮງໄປກວ່ານັ້ນຍັງອຳນວຍຄວາມສະ ດວກໃຫ້ສາວບໍລິການທີ່ມາຢູ່ຮ້ານນຳ ຂາຍບໍລິການທາງເພດ ເພື່ອຊອກຫາລາຍຮັບມາໃຫ້ຕົນເອງຕື່ມອີກ, ຕໍ່ກັບການກະທຳດັ່ງກ່າວນີ້ ເປັນການກະທໍາຜິດກົດໝາຍມາດຕາ 132 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ເສື່ອມເສຍເຖິງຮີດຄອງປະເພນີອັນດີງາມຂອງຊາດລາວ, ສ້າງຄວາມອັບອາຍ, ຂາຍໜ້າຊື່ສຽງກຽດສັກສີ ຂອງພໍ່ແມ່-ພີ່ນ້ອງຂອງຕົນເອງ.

ສາວບໍລິການຄົນໜຶ່ງໃຫ້ສຳພາດວ່າ: ການມາເປັນສາວບໍລິການແມ່ນຕ້ອງການເງິນ ເພື່ອຊ່ວຍເຫຼືອຄອບຄົວ ເພາະວ່າຄອບຄົວທຸກຍາກ, ຄອບຄົວບໍ່ມີຄວາມອົບອຸ່ນ ຈຶ່ງໄດ້ຕັດສິນໃຈມາປະກອບອາຊີບເປັນສາວເສີບສາວບໍລິການຕາມສະຖານທີ່ດັ່ງກ່າວນີ້ ແລະ ມີບາງຄົນກໍແມ່ນມາດ້ວຍຄວາມສະໝັກໃຈ ຢາກໄດ້ເງິນໄປໃຊ້ຈ່າຍ ເພື່ອຄວາມມ່ວນຊື່ນ ແລະ ມີບາງຄົນຍ້ອນໝູ່ຄູ່ ຫຼື ທາງເຈົ້າຂອງຮ້ານໄປປຸກລະດົມຊວນເຊື່ອ ເພື່ອໃຫ້ມີແຮງຈູງໃຈ ແລະ ໄດ້ຕັດສິນໃຈມາປະກອບອາຊີບດັ່ງກ່າວ.