ໂຮງຮຽນທິດສະດີການເມືອງ ປກສ ກອງພັນໃຫຍ່ຕີພິເສດ 797 ຫາລືເປັນເອກະພາບຮ່ວມກັນແຮກສ່ຽວ

0
1800

ໂຮງຮຽນທິດສະດີການເມືອງ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ແລະ ກອງພັນໃຫຍ່ຕີພິເສດ 497 ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຫາລືເປັນເອກະພາບຮ່ວມກັນແຮກສ່ຽວ ໃນທ້າຍອາທິດຜ່ານມານີ້, ເຂົ້າຮ່ວມໂດຍ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ແລະ ພັອ ວົງຄຳ ໄຊຍະລາດ ຫົວໜ້າກົມ 497 ກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ, ພາກສ່ວນກ່ຽວຂ້ອງຈາກກົມກອງອ້ອມຂ້າງທັງສອງພາກສ່ວນ ເຂົ້າຮ່ວມ.

ການຜູກແໜ້ນຄວາມສາມັກຄີເຊິ່ງກັນແລະກັນ ລະຫວ່າງສອງກຳລັງປະກອບອາວຸດ ປກຊ-ປກສ

ພັທ ປທ ຊາຍຄອງ ເພັດຊະວົງ ອຳນວຍການໂຮງຮຽນທິດສະດີການເມືອງ ປກສ ໃຫ້ຮູ້ວ່າ:

ການຈັດຕັ້ງແຮກສ່ຽວຄັ້ງນີ້, ເພື່ອເປັນການຜູກແໜ້ນຄວາມສາມັກຄີເຊິ່ງກັນແລະກັນ ລະຫວ່າງສອງກຳລັງປະກອບອາວຸດ ປກຊ-ປກສ ທີ່ມີມູນເຊື້ອມາແຕ່ຍາວນານ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ, ທັງເປັນການຖອດຖອນແລກປ່ຽນບົດຮຽນກ່ຽວກັບວຽກງານ ປກຊ-ປກສ, ວຽກງານ ວິຊາສະເພາະ ແລະ ຂົງເຂດວຽກ ງານພັກ-ວຽກງານການເມືອງ ຂອງສອງກົມກອງໃຫ້ເຕີບໃຫຍ່ຂະ ຫຍາຍຕົວກ້າວຂຶ້ນໄປເລື້ອຍໆ ທັງຮັບປະກັນມີຜົນສຳເລັດຕາມຄາດ ໝາຍ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ພ້ອມກັນແລກປ່ຽນທາງດ້ານວຽກງານກໍ່ສ້າງພັກ-ກໍ່ສ້າງ ພະນັກງານ ໂດຍສະເພາະແມ່ນ ການກໍ່ສ້າງກົມກອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການກໍ່ສ້າງກົມກອງວັດທະນະທຳ; ດ້ານວຽກງານຫ້ອງການ, ພະລາທິການ ແລະ ກອງທຶນຊ່ວຍເຫຼືອ ເຊິ່ງກັນແລະກັນ; ດ້ານບຸກຄະລາການ, ຄູ-ອາຈານ ໃນການສິດສອນ ຮໍ່າຮຽນ; ແລກປ່ຽນກິດຈະກຳ, ສິລະປະ-ວັນນະຄະດີ, ກິລາ ແລະ ຮ່ວມອວຍພອນເຊິ່ງກັນແລະກັນ ໃນວັນສຳຄັນຕ່າງໆ; ວຽກງານອົງການຈັດຕັ້ງມະຫາຊົນ.

ທັງສອງຝ່າຍໄດ້ພ້ອມກັນແລກປ່ຽນທາງດ້ານວຽກງານກໍ່ສ້າງພັກ-ກໍ່ສ້າງ ພະນັກງານ

ຜ່ານການຫາລື ກອງພັນໃຫຍ່ຕີພິເສດ 497 ຕົກລົງຈະຮັບເອົານັກສຶກສາຂອງໂຮງຮຽນທິດສະດີການເມືອງ ປກສ ມາທັດສະນະສຶກສາຢູ່ກົມກອງຂອງຕົນໃນທຸກໆຊຸດຮຽນ ແລະ ທາງທາງກອງພັນໃຫຍ່ຕີພິເສດ 497 ຂໍໃຫ້ໂຮງຮຽນທິດສະດີການເມືອງ ປກສ ຊ່ວຍກໍ່ສ້າງ-ບຳລຸງພະນັກງານນຳພາ-ບັນຊາ ຂອງຕົນທາງດ້ານທິດສະດີ ໃນສົກຮຽນລະ 2 ສະຫາຍ ຄື: ລະບົບເລັ່ງລັດ 5 ເດືອນ ຈຳນວນ 1 ສະຫາຍ ແລະ ລະບົບກໍ່ສ້າງ 2 ປີ 1 ສະຫາຍ ຕາມການຕົກລົງເຫັນດີຂອງສອງຝ່າຍ. ຈາກນັ້ນ, ກອງພັນໃຫຍ່ຕີພິເສດ 497 ຈະຕອບສະໜອງສະຖານທີ່ຝຶກແອບ, ອຸປະກອນຮັບໃຊ້ຮຽນວິຊາການທະຫານ ແລະ ຄູສອນວິຊາການທະຫານໃຫ້ໂຮງຮຽນທິດສະດີການເມືອງ ປກສ ຕາມ ຫຼັກສູດຂອງໂຮງຮຽນກຳນົດ ແນໃສ່ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ.

ຕົກລົງຈະຮັບເອົານັກສຶກສາຂອງໂຮງຮຽນທິດສະດີການເມືອງ ປກສ ມາທັດສະນະສຶກສາຢູ່ກົມກອງຂອງຕົນ

ຫຼັງຈາກນັ້ນ, ທັງສອງຝ່າຍໄດ້ຮ່ວມເຊັນບົດບັນທຶກແຮກສ່ຽວ ໂດຍມີ ພັທ ປທ ຊາຍຄອງ ເພັດຊະວົງ ອຳນວຍການໂຮງຮຽນທິດສະດີການເມືອງ ປກສ ແລະ ພັອ ຄຳເພັງ ແກ້ວວົງສາ ຫົວໜ້າການເມືອງກອງພັນໃຫຍ່ຕີພິເສດ 497 ເພື່ອຮັບປະກັນໃຫ້ວຽກງານມີຜົນສໍາເລັດ.