ໃນວັນທີ 27 ພຶດສະພານີ້, ສຳນັກຂ່າວ AFP ແລະ ເອເຊຍວັນ ລາຍງານວ່າ:

ທາງການປາກິດສະຖານ ເປີດເຜີຍຄວາມຄືບໜ້າກໍລະນີ ເຊື້ອພະຍາດ HIV ແພ່ລະບາດໃນແຄວ້ນສິນ ທາງພາກໃຕ້ຂອງປະເທດ ວ່າ ພົບຜູ້ຕິດເຊື້ອພະຍາດຫຼາຍກວ່າ 680 ຄົນແລ້ວ.

ພາຍຫຼັງທີ່ຈັບກຸມ ນາຍໝໍພະແນກຄອດບຸດ ຊື່ ມູຊັບຟາ ກັນກາໂຣ ຜູ້ຖືກສົງໃສທີ່ນຳເອົາເຂັມສັກຢາ ປົນເປື້ອນເຊື້ອພະຍາດ HIV ທີ່ໃຫ້ແລ້ວ ກັບມາໃຊ້ໃໝ່ ໃນຕົ້ນເດືອນເມສາ ທີ່ຜ່ານມາ.

ນາຍໝໍ ຊາຟາ ມິຊາ ຜູ້ຊ່ຽວຊານ ແລະ ທີ່ປຶກສາດ້ານສາທາລະນະສຸດ ຂອງ ປະກິດສະຖານ ຖະແຫຼງຂ່າວທີ່ ນະຄອນຫຼວງອິສລາມາບັດ ວ່າ:

ຈາກການກວດຮ່າງກາຍປະຊາຊົນ 21.375 ຄົນ ໃນພື້ນທີ່ສ່ຽງຈົນເຖິງວັນທີ 26 ພຶດສະພາ ທີ່ຜານມາ ພົບຜູ້ມີຜົນເລືອດບວກຕິດເຊື້ອ HIV ຢ່າງໜ້ອຍ 681 ຄົນ ໃນຈຳນວນນີ້ເປັນເດັກໜ້ອຍອາຍຸລະຫວ່າງ 2-12 ປີ ຫຼາຍເຖິງ 537 ຄົນ ແລະ ອາດເພີ່ມຂຶ້ນຕໍ່ເນື່ອງ.

ດ້ານລັດຖະບານກາງປາກິດສະຖານ ໄດ້ສົ່ງຕົວຢາໃຊ້ກວດສອບການຕິດເຊື້ອ 50.000 ຊຸດ ແກ່ທາງການທ້ອງຖິ່ນ ແຄວ້ນສິນ ພ້ອມສົ່ງການຊ່ວຍເຫຼືອທາງການແພດສຳລັບປິ່ນປົວຜູ້ຕິດເຊື້ອ; ຂະນະທີ່ ອົງການອະນາໄມໂລກ (WHO) ກໍໄດ້ສົ່ງຄະນະຜູ້ຊ່ຽວຊານ ມາຍັງ ປາກິດສະຖານ ເພື່ອເລັ່ງຮັບມື ແລະ ຢັບຢັ້ງ ກ່ອນທີ່ສະຖານະການດັ່ງກ່າວ ຈະຮ້າຍແຮງໄປກວ່ານີ້.