ສຳນັກຂ່າວ ສະເຕຣດທາມ ລາຍງານ ໃນວັນທີ 27 ພຶດສະພາ ທີ່ຜ່ານມາ ວ່າ: ສະພາບອາກາດປັ່ນປ່ວນໃນປະເທດຍີ່ປຸ່ນ ຫຼັງອຸນຫະພູມຢູ່ ເກາະຮັອກໄກໂດ ທາງພາກເໜືອ ເພີ່ມສູງເຖິງ 39,5 ອົງສາເຊ ຖືວ່າເປັນຄັ້ງທຳອິດໃນປະຫວັດສາດທີ່ ຮັອກໄກໂດ ມີອຸນຫະພູມໃນເດືອນພຶດສະພາ ສູງເກີນ 35 ອົງສາເຊ.

ທ່າມກາງຄວາມວິຕົກກັງວົນວ່າ:

ຍີ່ປຸ່ນ ຈະຫວນກັບມາປະເຊີນໜ້າກັບອາກາດຮ້ອນອົບເອົ້າ ຫຼົງປະສົບໄພຄື້ນຄວາມຮ້ອນ ຮຸນແຮງເປັນປະຫວັດສາດ ໃນລະດູຮ້ອນປີຜ່ານມາ ເຊິ່ງມີຜູ້ເສຍຊີວິດເຖິງ 138 ຄົນ ແລະ ຫຼາຍກວ່າ 70.000 ຄົນ ຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ.

ສຳນັກງານອຸຕຸນິຍົມວິທະຍາ ຍີ່ປຸ່ນ ຖະແຫຼງວ່າ:

ໃນເວລາ 14:07 ໂມງ ຂອງວັນທີ 26 ພຶດສະພາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ, ວັດອຸນຫະພູມໄດ້ສູງສຸດ ຢູ່ເກາະຮັອກໄກໂດ ໃນເມືອງຊາໂຣມະ ທາງພາກຕາເວັນອອກສຽງເໜືອ ທີ່ 39,5 ອົງສາເຊ ເຊິ່ງສູງທີ່ສຸດໃນຮອບ 5 ປີ ຂອງເກາະຮັອກໄກໂດ ນັບຕັ້ງແຕ່ທີ່ເຄີຍວັດໄດ້ 37,2 ອົງສາເຊ ໃນເມືອງໂອໂຕຟຸເກະ ໃນວັນທີ 3 ມິຖຸນາ 2014.

ພ້ອມນັ້ນ, ຍັງສູງກວ່າອຸນຫະພູມສູງສຸດຂອງຍີ່ປຸ່ນ ໃນເດືອນພຶດສະພາ ທີ່ ເມືອງຈິຈິບຸ ແຂວງໄຊຕາມະ ກັບອຸນຫະພູມ 37,2 ອົງສາເຊ ໃນປີ 1993; ທາງດ້ານ ບໍລິສັດ ເຈອາ ຮັອກໄກໂດ ປະກາດຢຸດຕິການໃຫ້ບໍລິການລົດໄຟ 40 ຖ້ຽວ ໃນພື້ນທີ່ທາງພາກຕາເວັນອອກຂອງເກາະຮັອກໄກໂດ ເພາະຢ້ານວ່າຄວາມຮ້ອນ ຈິເຮັດໃຫ້ລາງລົດໄຟເສຍຫາຍ ຈົນເກີດເຫດລົດໄຟຕົກລາງໄດ້.

ຂະນະທີ່, ສຳນັກຂ່າວ ກຽວໂດນິວ ລະບຸວ່າ:

ຈຸດສຳຫຼວດສະພາບອາກາດ 513 ແຫ່ງ ຈາກທັງໝົດ 926 ແຫ່ງ ທົ່ວປະເທດຍີ່ປຸ່ນ ກວດພົບອຸນຫະພູມສູງກວ່າ 30 ອົງສາເຊ ແລະ 53 ແຫ່ງ ພົບວ່າ ມີອຸນຫະພູມສູງກວ່າ 35 ອົງສາເຊ.