ພັອ ແສງທອງ ດວງບັນດິດ

ກະຊວງສາທາລະນະສຸກ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ ປາຖະກະຖາມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຄົບຮອບ 60 ປີ ( 18 ພຶດສະພາ 1959-18 ພຶດ ສະພາ 2019 ); ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປີ ( 24 ພຶດສະພາ 1960-24 ພຶດສະພາ 2019 ) ແລະ ໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 65 ປີ( 7 ພຶດສະພາ 1954-7 ພຶດສະພາ 2019) ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ທັງສອງກະຊວງຮັບຮູ້ ແລະ ເຂົ້າ ໃຈມູນເຊື້ອຂອງ 3 ວັນດັ່ງກ່າວ ໃນວັນທີ 24 ພຶດສະພາ 2019.

ກະຊວງສາທາລະນະສຸກ ປາຖະກະຖາ ໂດຍ ພັອ ແສງທອງ ດວງບັນດິດ ຄະນະບໍລິຫານງານ ພັກ ສະຫະພັນນັກຮົບເກົ່າ ຫົວໜ້າກົມໂຄສະນາ; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປາຖະກະຖາ ໂດຍ ພັອ ຕ່າວ ວັນທາຍ ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາລາວ ແລະ ທ່ານ ບົວສີ ຈະເລີນສຸກ ຮອງຫົວໜ້າຫ້ອງວ່າການສູນກາງ ພັກ.


ກະຊວງສາທາລະນະສຸກ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ ປາຖະກະຖາມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຄົບຮອບ 60 ປີ

ໃນນັ້ນ, ທັງ 3 ທ່ານ ໄດ້ຍົກ ໃຫ້ເຫັນວ່າ: ວັນຜ່າວົງປິດລ້ອມ ຕໍ່ໜ້າສະພາບການຜັນແປໄປຢ່າງສັບສົນຂ້ຽວຂາດ, ຄະນະບັນຊາ ຈຶ່ງໄດ້ຂໍຄໍາຊີ້ນໍາຈາກສູນກາງ. ທ່ານ ໜູຮັກ ພູມສະຫວັນ ໄດ້ອອກຄໍາສັ່ງວ່າ ສະພາບການປັດຈຸບັນແມ່ນຫຍຸ້ງຍາກທີ່ສຸດ, ກອງພັນທີ 2 ຕ້ອງຕັດສິນໃຈບໍ່ໄປຮັບຍົດຊັ້ນຢ່າງເດັດຂາດ ຖ້າມີຫຍັງເກີດຂຶ້ນໃຫ້ໜີໄປທາງທິດຕາເວັນ ອອກ ເພື່ອຮັກສາກໍາລັງ.
ໃນສະພາບອັນຕະຄັດ ແລະ ເຄັ່ງຮ້ອນຄືແນວນັ້ນຄະນະພັກ, ຄະນະບັນຊາ ໄດ້ວາງແຜນຫຼອກໃຫ້ສັດຕູຫຼົງທິດ ແລະ ເລັດລອດອອກຈາກວົງປິດລ້ອມໄປຫາພື້ນຖານປະຊາຊົນ, ສະເໜີໃຫ້ທ່ານ ທ້າວ ຕູ້ ໄປພົບນາຍກອງເຢຍຈື ຜູ້ ຮັບຜິດຊອບກໍາລັງເຈົ້າຟ້າ ເພື່ອປຸກລະດົມຂົນຂວາຍໃຫ້ເປັນໃຈກັບພວກເຮົາ ແລ້ວອອກຄໍາສັ່ງບໍ່ໃຫ້ກອງກໍາລັງເຈົ້າຟ້າຕີກັບກອງພັນທີ 2 ແລະ ຄົນທ້ອງຖິ່ນຊຽງຂວາງຈໍານວນໜຶ່ງກໍລົງຂົນຂວາຍປະຊາຊົນ ເພື່ອໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກໃຫ້ແກ່ການຖອນກໍາລັງຂອງກອງພັນທີ 2 ອອກຈາກທົ່ງໄຫຫີນ.

ສຳລັບວັນວິລະກຳ ທັງ 3 ໃຫ້ ຮູ້ວ່າ: ປັດໄຈພື້ນຖານທີ່ເຮັດໃຫ້ກອງພັນ ທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ. ຍ້ອນມີການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ພະນັກງານ, ສາມະຊິກພັກ ແລະ ນັກຮົບກອງພັນທີ 2 ໄດ້ຮັບການສຶກສາອົບຮົມການເມືອງແນວຄິດເປັນຢ່າງດີ. ອັນໄດ້ເຮັດໃຫ້ທຸກຄົນມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັນໄຫວຄອນແຄນຕໍ່ອຸປະສັກຄວາມຫຍຸ້ງຍາກ, ສິ່ງທົດສອບທ້າທ້າຍຫຼາຍປະການ ພາຍໃນມີຄວາມສາມັກຄີເປັນເອກະພາບ ມີນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ປະຕິບັດກົດລະບຽບວິໃນ ແລະ ຄໍາສັ່ງເຂັ້ມງວດ, ຮັກສາຄວາມລັບຢ່າງເດັດຂາດ. ຍາມໃດກໍເອົາໃຈໃສ່ເຮັດວຽກງານລົງກໍ່ສ້າງຮາກຖານການເມືອງ, ປຸກລະດົມຂົນ ຂວາຍປະຊາຊົນ ກໍຄືຂົນຂວາຍກໍາລັງຂອງຝ່າຍກົງກັນຂ້າມ. ສະນັ້ນຈິ່ງໄດ້ຮັບການສະນັບສະໜູນຊ່ວຍເຫຼືອຈາກອໍານາດປົກຄອງທ້ອງຖິ່ນ ແລະ ປະຊາຊົນ. ມີການຈັດຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວ ເດັດຂາດ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງໝົດທຸກຄົນ, ກໍາແໜ້ນກາລະໂອກາດອັນເໝາະສົມ ແລະ ມີວິທີຫຼອກລວງສັດຕູຢ່າງມີໄຫວພິບ. ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.

ກະຊວງສາທາລະນະສຸກ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ ປາຖະກະຖາມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຄົບຮອບ 60 ປີ

ໄຊຊະນະບັ້ນຮົບດຽນບຽນຟູແມ່ນຈຸດສູງສຸດ, ແມ່ນການທົດສອບກໍາລັງແຮງຮອບດ້ານ, ດຸເດືອດຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງກອງທັບປະຊົາຊົນ ຫວຽດນາມກັບພວກລ່າເມືອງງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກກະພັດອາເມລິກາ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ເປັນການປະກາດເຖິງການມໍລະນະຂອງພວກ ລ່າເມືອງຂຶ້ນຝຣັ່ງ ຢູ່ຫວຽດນາມ ກໍຄືຢູ່ໃນອິນດູຈີນ, ແຕ່ມັນຍັງເປັນການຕີເອົາຊະນະຈັກກະ ພັດອາເມລິກາ ຂອງກອງທັບປະຊາຊົນຫວຽດນາມ. ໄຊຊະນະບັ້ນຮົບດຽນບຽນຟູ ໄດ້ເຮັດໃຫ້ ລັດທິລ່າເມືອງຂຶ້ນ ເຊິ່ງນໍາໜ້າແມ່ນຈັກກະພັດອາເມລິກາ ຕ້ອງ ໄດ້ຫັນທິດໄປສູ່ການປະຕິບັດລັດທິລ່າເມືອງຂຶ້ນແບບໃໝ່.