ເປັນປະທານໂດຍ ພັທ ເຄນ ພອນຄໍາພະໄຊ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ເຂົ້າຮ່ວມໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ແລະ ພັທ ບຸນທະວີ ວົງສູນທອນ ຮອງກົມກໍ່ສ້າງກຳລັງ ກະຊວງປ້ອງກັນຄວາມສະຫງົບ

ໃນອາທິດຜ່ານມາ, ໂຮຽຮຽນ ປກສ ຊັ້ນຕົ້ນເລກ 4 ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຊຸດຮຽນ ຮຸ່ນທີ 8 ສາຂາວິຊາສະເພາະກໍາລັງປ້ອງກັນຄວາມສະຫງົບ ສົກປີ 2019-2020, ເປັນປະທານໂດຍ ພັທ ເຄນ ພອນຄໍາພະໄຊ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ເຂົ້າຮ່ວມໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ແລະ ພັທ ບຸນທະວີ ວົງສູນທອນ ຮອງກົມກໍ່ສ້າງກຳລັງ ກະຊວງປ້ອງກັນຄວາມສະຫງົບ, ມີຕາງໜ້າຄະນະພັກກອງບັນຊາການ 4 ແຂວງພາກກາງ ແລະ ບັນດາຫ້ອງ, ກອງ, ປກສ ເມືອງ 7 ຕົວເມືອງ ພ້ອມດ້ວຍ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ພັທ ຄຳພັນ ອິນທິລາດ ຮອງອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄດ້ຂຶ້ນຜ່ານໂຄງການການຮຽນ-ການສອນ ໃຫ້ແກ່ນັກຮຽນ ຮຸ່ນທີ 8 ຫຼັກສູດວິຊາສະເພາະປ້ອງກັນຄວາມສະຫງົບ ສົກປີ 2019-2020 ວ່າ:

ມີນັກຮຽນທັງໝົດ 280 ຄົນ ຍິງ 65 ຄົນ ເຊິ່ງແມ່ນ ພົນຕໍາຫຼວດທີ່ບໍ່ທັນຜ່ານການຮ່ຳຮຽນ ປກສ ຊັ້ນຕົ້ນ ມາກ່ອນ ແລະ ເປັນຜູ້ທີ່ຮຽນຈົບມັດທະຍົມສຶກສາ ມໍປາຍ ທີ່ຜ່ານການຄັດເລືອກຕາມມາດຖານເງື່ອນໄຂ ແລະ ສອບເສັງເຂົ້າເປັນກຳລັງ, ມາຈາກ 4 ແຂວງພາກກາງ ເຊັ່ນ: ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ ແລະ ບໍລິຄຳໄຊ.

ສຳລັບການຮຽນ-ການສອນ ຈະໃຊ້ເວລາ 1 ປີ ແລະ ມີ 3 ຫຼັກສູດ ຄື:

ຫຼັກສູດກໍ່ສ້າງວິຊາສະເພາະປ້ອງກັນຄວາມສະຫງົບ ( ທົ່ວໄປ ), ຫຼັກສູດກໍ່ສ້າງວິຊາສະເພາະ 504 ແລະ ຫຼັກສູດກໍ່ສ້າງວິຊາສະເພາະ 300 ເຊິ່ງປະກອບມີ 3 ໝວດວິຊາຮຽນ ຄື: ໝວດວິຊາຄວາມຮູ້ທົ່ວໄປ ມີ 4 ວິຊາ ກັບ 25 ວັນ ແລະ ມີ 175 ຊົ່ວໂມງ, ໝວດວິຊາພື້ນຖານວິຊາສະເພາະ ມີ 8 ວິຊາ ກັບ 75 ວັນ ແລະ ມີ 525 ຊົ່ວໂມງ, ໝວດວິຊາສະເພາະ ມີ 15 ວິຊາ ກັບ 131 ວັນ ແລະ ມີ 917 ຊົ່ວໂມງ.

ມີຕາງໜ້າຄະນະພັກກອງບັນຊາການ 4 ແຂວງພາກກາງ ແລະ ບັນດາຫ້ອງ, ກອງ, ປກສ ເມືອງ 7 ຕົວເມືອງ ພ້ອມດ້ວຍ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ

ພາຍຫຼັງຮຽນຈົບພາກທິດສະດີແລ້ວ ຈະໄດ້ລົງຝຶກຫັດຢູ່ ຕາມກອງບັນຊາການ ປກສ ແຂວງ, ປກສ ເມືອງ ແລະ ສອບເສັ່ງຕາມລະບຽບຫຼັກການວິຊາສະເພາະ ຕາມທີ່ກຳນົດໄວ້, ໂດຍຈະໄດ້ຮັບການສິດສອນຈາກຄູ-ອາຈານ ແລະ ພະນັກງານທີ່ມີປະສົບການຈາກພາກສ່ວນທີ່ກ່ຽວຂ້ອງ.

ພ້ອມນັ້ນ, ພັອ ທອງໃບ ລໍວັນໄຊ ໄດ້ເນັ້ນໃຫ້ບັນດາຄູ-ອາຈານ ແລະ ນັກສຶກສາທຸກສະຫາຍ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຮຽນ-ການສອນ ໂດຍຖືເອົາຄຸນນະພາບເປັນຫຼັກ, ປະຕິບັດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ຍາດເອົາຄວາມຮູ້-ຄວາມສາມາດຈາກຄູ-ອາຈານ, ກໍາໃຫ້ໄດ້ຫຼັກການວິຊາສະເພາະ ເພື່ອນຳມາພັດທະນາຕົນເອງ ແລະ ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ໃນການປະຕິບັດໜ້າທີ່-ທີ່ໄດ້ຮັບການມອບໝາຍ ໃຫ້ໄດ້ຮັບຜົນສຳເລັດ.