ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ສົມທົບກັບຕໍາຫຼວດຈະລາຈອນ ສະກັດລົດທີ່ຖືກສົງໄສເຄື່ອນໄຫວຊື້-ຂາຍຢາເສບຕິດ. ຜ່ານການຕິດຕາມພົບເຫັນລົດຄັນດັ່ງກ່າວ ເປັນລົດ ອີຊູຊຸ ດີແມັກ ສີແດງ ໝາຍເລກທະບຽນ ກຄ 4452 ສະຫວັນນະເຂດ ທີ່ເຂດບ້ານນາເຊັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບຢາບ້າ ຈຳນວນ 18.000 ເມັດ ຈຶ່ງໄດ້ກັກຕົວເປົ້າໝາຍ 2 ຄົນ ຊື່ ທ້າວ ຈຽມ ອາຍຸ 32 ປີ ແລະ ນາງ ເກດສະດາ ອາຍຸ 40 ປີ (ຜົວ-ເມຍ) ທັງສອງຢູ່ບ້ານໄຜ່ ເມືອງຈຳພອນ ແຂວງສະ ຫວັນນະເຂດ ໄປສອບສວນ ໃນວັນທີ 21 ພຶດສະພາ 2019.

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໃຫ້ຮູ້ວ່າ: ເວລາປະມານ 13:00 ໂມງ ຂອງວັນທີ 21 ພຶດສະພາ 2019 ໄດ້ຮັບລາຍງານຈາກແຫຼງຂ່າວວ່າ ມີເປົ້າໝາຍຄ້າຂາຍຢາເສບຕິດກຳລັງເຄື່ອນໄຫວຂົນສົ່ງຢາເສບຕິດ ໂດຍໃຊ້ລົດກະບະ ອີຊູຊຸ ດີແມັກ ສີແດງ ໝາຍເລກທະບຽນ ກຄ 4452 ສະຫວັນນະເຂດ ເປັນພາຫະນະນໍາສົ່ງໃນຄັ້ງນີ້ ຈາກເມືອງຈຳພອນ ຫານະຄອນໄກສອນພົມວິຫານ. ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະສົມທົບກັບຕໍາຫຼວດຈະລາຈອນ ນະຄອນໄກສອນພົມວິຫານ ປະຈໍາຢູ່ປ້ອມບ້ານນາເຊັງ ເພື່ອສະກັດລົດເປົ້າໝາຍ.

ຜ່ານການຕິດຕາມ, ຮອດເວລາປະມານ 16:00 ໂມງ ຂອງວັນດຽວກັນ ຈຶ່ງເຫັນລົດເປົ້າໝາຍແລ່ນໄປ ຕາມເສັ້ນ ທາງ ເລກທີ 13 ໃຕ້ ພໍໄປຮອດຈຸດກວດກາ ເຈົ້າໜ້າທີ່ຈຶ່ງໄດ້ກັກລົດຄັນດັ່ງກ່າວ. ຜ່ານການກວດກາ ຄົ້ນພົບຢາບ້າ 18.000 ເມັດ ຊຸກເຊື່ອງໄວ້ໃນລົດ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ລົດທັງ 2 ຄົນ ທີ່ເປັນຜົວ-ເມຍກັນ.

ຜູ້ຖືກຫາ 4 ຄົນ ຄື: ທ້າວ ຈຽມ, ນາງ ເກດສະດາ, ທ້າວ ຫຼ້າ ແລະ ນາງ ເພັງ

ຜ່ານການສອບສວນພວກກ່ຽວ ສາລະພາບວ່າ: ຢ່າບ້າຈໍານວນດັ່ງກ່າວໄດ້ຊື້ມາຈາກ ທ້າວ ຫຼ້າ ອາ ຍຸ 21 ປີ ຢູ່ບ້ານບາກ ເມືອງຈຳພອນ ເພື່ອຈະເອົາໄປຂາຍໃຫ້ນາງ ເພັງ ອາຍຸ 40 ປີ ບ້ານສຸນັນທາ ນະຄອນໄກສອນພົມວິຫານ. ແຕ່ພໍເດີນທາງຮອດຈຸດກວດກາ ບ້ານນາເຊັງ ກໍຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວກ່ອນ. ຈາກນັ້ນ, ວັນດຽວ ກັນເຈົ້າໜ້າທີ່ຕຳຫຼວດກໍໄດ້ນໍາກໍາລັງໄປຈັບຕົວ ທ້າວ ຫຼ້າ ແລະ ນາງ ເພັງ ໃນເວລາຕໍ່ມາ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງສືບສວນຂະຫຍາຍຜົນຄະດີດັ່ງກ່າວ ເພື່ອສະຫຼຸບສຳນວນສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.


ຂອງກາງ (ຢາບ້າ) ຈຳນວນ 18.000 ເມັດ