ໄອຍະການລາວ-ກຸຍບາ ສືບຕໍ່ຂະຫຍາຍການພົວພັນຮ່ວມມືຢ່າງແໜ້ນແຟ້ນ

0
905
ທ່ານ ຄໍາສານ ສຸວົງ

ໃນວັນທີ 28 ພຶດສະພາ 2019, ທ່ານ ຄໍາສານ ສຸວົງ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ ນາງ ຢາມີລາ ພີນາ ໂອຈີດາ ຄະນະຜູ້ແທນຂັ້ນສູງຂອງອົງການໄອຍະການສູງສຸດ ແຫ່ງ ສ.ກຸຍບາ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ.

ທ່ານ ນາງ ຢາມີລາ ພີນາ ໂອ ຈີດາ ກ່າວວ່າ: ໃນໂອກາດທີ່ໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສປປ ລາວ ຄະນະຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສ.ກຸຍບາ ຈຶ່ງຖືໂອກາດນີ້ເຂົ້າຢ້ຽມຢາມທ່ານປະທານອົງການໄອຍະການສູງສຸດ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍການພົວພັນຮ່ວມມືກັນຢ່າງຮັດແໜ້ນ ລະຫວ່າງສອງປະເທດ ໂດຍສະເພາະແມ່ນການຜັນຂະຫຍາຍການພົວພັນຮ່ວມມືຂອງສອງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ-ສ. ກຸຍບາ, ເວົ້າສະເພາະແມ່ນເພື່ອນໍາເອົາເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈໍາທີ່ອົງການໄອຍະການສູງສຸດຂອງສອງປະເທດທີ່ໄດ້ລົງນາມຮ່ວມມືກັນໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເກີດຜົນສໍາເລັດ ແລະ ໄດ້ຮັບໝາກຜົນຢ່າງຈົບງາມ.

ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ຕ້ອນຮັບການຢ້ຽມຢາມ
ຄະນະຜູ້ແທນຂັ້ນສູງຂອງອົງການໄອຍະການສູງສຸດ ແຫ່ງ ສ.ກຸຍບາ

ການພົບປະກັນຄັ້ງນີ້, ທັງສອງ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືກັນ ແລະ ຍົກໃຫ້ເຫັນວ່າ: ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສ.ກຸຍບາ ໄດ້ຮ່ວມອຸດົມການອັນດຽວກັນ, ອຸດົມການສັງຄົມນິຍົມ, ພັກ-ລັດ ແລະ ປະຊາຊົນສອງປະເທດເຄີຍມີມູນເຊື້ອການພົວພັນຮ່ວມມືກັນ ແລະ ການຊ່ວຍເຫຼືອ ເຊິ່ງກັນແລະກັນມາແຕ່ສະໄໝຕໍ່ສູ້ກູ້ຊາດ ແລະ ຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນລາວໃນສະໄໝກ່ອນ. ຍາມໃດປະຊາຊົນ ສ.ກຸຍບາ ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອປະຊາຊົນລາວ ໂດຍຕະຫຼອດມາ ແລະ ມາເຖິງໄລຍະການປ່ຽນແປງໃໝ່ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຊິ່ງ 2 ປະເທດໄດ້ສືບຕໍ່ຜັນຂະຫຍາຍ ສາຍພົວພັນການຮ່ວມມືອັນດີງາມທີ່ມີມາແຕ່ດົນນານໃຫ້ນັບມື້ນັບຮັດແໜ້ນຢ່າງບໍ່ຢຸດຢັ້ງ.