ໃນວັນທີ 31 ພຶດສະພາ 2019, ກະຊວງ ປກສ ນຳໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ພ້ອມຄະນະພັກກະຊວງ, ຫົວໜ້າກົມ-ຮອງກົມ, ກອງບັນຊາການອ້ອມຂ້າງ ກະຊວງ ໄດ້ຈັດກິດຈະກໍາປູກຕົ້ນໄມ້ສະເຫຼີມສະ ຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໃຫ້ເປັນຂະບວນຟົດຟື້ນທີ່ເຂດບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ.

ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິການ ກ່າວວ່າ: ຍ້ອນເຫັນໄດ້ເຖິງຄວາມໝາຍສໍາຄັນຂອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຕໍ່ກັບການພັດທະນາເສະຖະກິດ-ຄັງຄົມແຫ່ງຊາດ ທັງໂດຍກົງ ແລະ ທາງອ້ອມ, ຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ; ເປັນຕົ້ນແມ່ນດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ. ດັ່ງນັ້ນ, ກະຊວງ ປກສ ໃນແຕ່ລະປີກໍໄດ້ຈັດກິດຈະກໍາປູກຕົ້ນໄມ້ຢ່າງກວ້າງຂວາງ.

ເພື່ອເປັນການປູກຕົ້ນໄມ້ທົດແທນຄືນປ່າໄມ້ທີ່ສູນຫາຍໄປໃຫ້ກັບມາເປັນສີຂຽວຄືໃນອະດີດ ແລະ ເປັນການຈັດຕັ້ງປະຕິບັດຍຸດທະສາດປູກໄມ້ໃຫ້ເປັນປ່າ ແຕ່ນີ້ຮອດປີ 2020 ແລະ ຄາດໝາຍດ້ານສິ່ງແວດລ້ອມທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກໃຫ້ປະກົດຜົນເປັນຈິງ; ພ້ອມທັງເຮັດໃຫ້ຂະບວນການດັ່ງກ່າວມີຄວາມຟົດຟື້ນໃນຂອບ ເຂດທົ່ວປະເທດ ເວົ້າລວມເວົ້າສະເພາະ ຢູ່ພາຍໃນກະຊວງປ້ອງກັນຄວາມສະຫງົບ ຕາມທິດຊີ້ນຳຂອງຂັ້ນເທິງ ແລະ ຄວາມເປັນເອກະພາບຈາກການນຳກະຊວງປ້ອງກັນຄວາມສະຫົງບ ໃນການສ້າງຂະບວນການປູກຕົ້ນໄມ້ ໃນປີ 2019.

ສໍາລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ປະກອບມີຕົ້ນໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ແລະ ໄມ້ປະດັບປູກຕາມສຳນັກ ງານ-ຫ້ອງການຂອງບັນດາກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫົງບ, ສະເພາະພິທີປູກຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ແຜນ ການປູກຈະໃຫ້ໄດ້ປະມານ 6.000 ຕົ້ນ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນວິທະຍາຄານສັນຕິບານ ປະຊາຊົນ (ວສປ) ນໍາໂດຍ ພົຈວ ວັນເຮືອງ ນັນທະຈັກ ອໍານວຍການ ວສປ, ກອງບັນຊາການປ້ອງກັນທີ່ຕັ້ງ ນໍາໂດຍ ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ກອງບັນຊາການປ້ອງກັນສູນກາງ ນໍາໂດຍ ພັອ ຄຳເຄື່ອງ ບຸນວິໄລ ຫົວໜ້າກອງບັນ ຊາການປ້ອງກັນສູນກາງ ກະຊວງ ປກສ ແລະ ສະຫະພັນກໍາມະບານ ກະຊວງສາທາລະນະສຸກ ຮ່ວມກັບສະຖາ ບັນວິທະຍາສາດການແພດ ແລະ ຢາພື້ນເມືອງ ນໍາໂດຍ ທ່ານ ຄໍາເພັດ ມະນີວົງ ປະທານສະຫະພັນກໍາມະບານ ກະຊວງສາທາລະນະສຸກ ກໍໄດ້ຈັດກິດຈະກໍາປູກຕົ້ນໄມ້ເຊັ່ນດຽວກັນ.