ກອງພັນປ້ອງກັນເຄື່ອນທີ່ (513) ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີເຊື່ອມຊືມບົດໂອ້ລົມຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 24 ພຶດສະພາ 2019 ເປັນປະທານໂດຍ ພັທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ສົມເພັດ ປັນແກ້ວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນ ໃນບົດໂອ້ລົມຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ໂດຍເນັ້ນໜັກບັນດາສະຫາຍຄະນະພັກ-ຄະນະບັນຊາ ເພີ່ມທະວີສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໃນເຂັ້ມງວດ ແລະ ຄວາມສາມັກຄີເປັນປຶກແຜ່ນ, ເວລາໃດກໍຕ້ອງຍົກສູງນໍ້າໃຈເດັດດຽວ, ພິລະອາດຫານປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເດັດດ່ຽວຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນສັງຄົມຢ່າງຮີບດ່ວນ ແລະ ທັນເຫດການ, ເອົາໃຈໃສ່ຝຶກແອບວິຊາສະເພາະຄົ້ນຄວ້າ ແລະ ກຳແໜ້ນບັນດາແຜນການກໍ່ຈາລະຈົນ, ການກວດກາລາດຕະເວນ, ເຮັດໜ້າທີ່ປ້ອງກັນສະຖານທີ່ສໍາຄັນຂອງພັກ-ລັດ ໃຫ້ມີຄວາມສະຫງົບປອດໄພ.

ພິທີເຊື່ອມຊືມບົດໂອ້ລົມຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
ພິທີເຊື່ອມຊືມບົດໂອ້ລົມຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພ້ອມກັນນັ້ນ, ບັນດາເຫຼົ່າຮົບວິຊາສະເພາະ ຕ້ອງຍົກສູງສະຕິ ກຽມພ້ອມຮັບໃຊ້ປະຊາຊົນ, ຊ່ວຍເຫຼືອປະຊາຊົນກອບກູ້ຊັບສິນ ແລະ ຊີວິດຂອງປະຊາຊົນ ໃນເມື່ອມີໄພພິບັດຕ່າງໆເກີດຂຶ້ນໃຫ້ວ່ອງໄວ ແລະ ທັນສະພາບການ; ພ້ອມທັງ ຕັ້ງໜ້າປັບປຸງ, ກໍ່ສ້າງຕົນເອງໃຫ້ໜັກແໜ້ນເຂັ້ມແຂງ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.