ຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສຳເລັດການຝຶກອົບວິຊາສະເພາະວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໄລຍະສັ້ນຂອງຫ້ອງການເມືອງ ກົມໃຫຍ່ຕຳຫຼວດ ຊຸດທີ I ປະຈໍາປີ 2019 ແລະ ມອບໃບຢັ້ງ ຢືນໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫຼວດ, ມີບັນດາຮອງກົມ ແລະ ນັກສຳມະນາກອນ 61 ສະຫາຍ ອ້ອມຂ້າງກົມໃຫຍ່ຕຳຫຼວດເຂົ້າຮ່ວມ ໃນວັນທີ 30 ພຶດສະພາ 2019.

ພັທ ແສງທອງ ສຸພາພົງ ຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງການເມືອງກົມໃຫຍ່ຕຳຫຼວດ ກ່າວວ່າ: ການຝຶກອົບຮົມວິຊາສະເພາະວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ເພື່ອແນໃສ່ປະຕິບັດຕາມທິດທາງປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນພົນ, ຄຸນນະພາບ ແລະ ຄວາມຮູ້, ຄວາມສາມາດທາງດ້ານວຽກງານວິຊາສະເພາະ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະ ນັກງານ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານທີ່ເຮັດວຽກດ້ານການເມືອງໃຫ້ສູງຂຶ້ນກວ່າເກົ່າ, ພ້ອມທັງສ້າງພະນັກງານຂັ້ນບັນຊາ, ວິຊາການໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການບັນຊາ, ການຄຸ້ມຄອງ ແລະ ການປະຕິບັດເຮັດວຽກຕົວຈິງໃຫ້ແທດເໝາະບົນພື້ນຖານຫຼັກການຂອງພັກ ແລະ ໃຫ້ເປັນເອກະພາບກັນແກ່ ສູນກາງລົງຮອດທ້ອງຖິ່ນ.

ຜ່ານການຝຶກອົບຮົມຄັ້ງນີ້, ມີນັກສຳມະນາກອນ ຈຳນວນ 61 ສະຫາຍ ຍິງ 10 ສະຫາຍ ໃຊ້ເວລາ 10 ວັນ (ວັນ ທີ 20-31 ພຶດສະພາ 2019); ເຊິ່ງເອກະສານຄົ້ນຄວ້າ ແລະ ຝຶກອົບຮົມກວມເອົາ 3 ຂົງ ເຂດວຽກງານຄື: ວຽກງານພັກ-ພະນັກງານ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານກວດກາ-ປ້ອງກັນກຳລັງ ໃຊ້ເວລາ 70 ຊົ່ວ ໂມງ, ເຊິ່ງນັກສຳມະກອນໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນບົດຮຽນເວລາກັບຄືນກົມກອງຕ້ອງໄດ້ນຳເອົາໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າຢູ່ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດທິຜົນສູງ.

ໃນພິທີໄດ້ມອບໃບຢັ້ງຢືນຂອງການຝຶກອົບຮົມໄລຍະສັ້ນ ເປັນກຽດມອບໂດຍ ພົຈວ ປອ ທອງ ເຫຼັກ ມັງໜໍ່ເມກ.