ຊຸມປີ 2019-2024 ຄະນະໜ່ວຍພັກພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ຄະນະ ໜພ.ຄຄ ) ກອງບັນຊາ ການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະສຸມໃສ່ຊີ້ ນຳ-ນຳພາວຽກງານວິຊາສະເພາະ ໂດຍຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ເຄື່ອນໄຫວເຮັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແນໃສ່ຮັບປະກັນໃຫ້ການເຄື່ອນໄຫວເກັບກຳການເໜັງຕີງຂອງປະຊາຊົນພາຍໃນ ເມືອງ ມີຄວາມເປັນລະບຽບຮຽບຮ້ອຍ.

ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ ປກສ ເມືອງຈັນທະບູລີ, ຄັ້ງ ວັນທີ 31 ພຶດສະພາ 2019 ເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳ ພິທູນ ຈັນທະກຸນ ຮອງເລຂາພັກ ເມືອງ ຮອງເຈົ້າເມືອງໆຈັນທະບູລີ, ພັທ ຊຽງພັນ ອິນທະປັນຍາ ເລຂາໜ່ວຍພັກພະແນກ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງຈັນ ທະບູລີ ພ້ອມດ້ວຍແຂກຮັບເຊີນ ແລະ ສະມາຊິກພັກເຂົ້າຮ່ວມ; ເຊິ່ງໃນກອງປະຊຸມບັນດາສະມາຊິກພັກ ໄດ້ພ້ອມກັນປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໃນ ຈຳນວນຜູ້ລົງສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ໃນນີ້ ສາມາດເລືອກໄດ້ ພັທ ວຽງໄຊ ຕາທິບ ເປັນເລຂາໜ່ວຍພັກ, ພັັຕ ແຖວຄຳ ຜາສຸກ ເປັນຮອງເລຂາ ແລະ ພັທ ຄຳແພງ ແສງມະນີ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາ ວຽກງານວິຊາສະເພາະໃຫ້ປະສົບ ຜົນສຳເລັດສູງສຸດ.

ກອງປະຊຸມບັນດາສະມາຊິກພັກ ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່

ສຳລັບທິດທາງແຜນການວຽກງານວິຊາສະເພາະທີ່ຄະນະໜ່ວຍ ພັກ ຊຸດທີ II ຈະສືບຕໍ່ຊີ້ນຳ-ນຳພາ ໃນຊຸມປີຕໍ່ໜ້າແມ່ນຈະສືບຕໍ່ວຽກງານຄຸ້ມຄອງສຳມະໂນຄົວ ແລະ ຍົກຍ້າຍຖິ່ນຖານກຳເນີດ ເພື່ອເກັບກຳການເໜັງຕີງຂອງພົນລະເມືອງ ເປັນຕົ້ນ ຄົນຫຼຸດ, ຄົນເພີ່ມ, ຄົນພັກເຊົາຊົ່ວຄາວ, ຄົນບໍ່ມີໜ້າຊົ່ວຄາວ ໃຫ້ຖືກຕ້ອງຕາມຫຼັກການວິຊາສະເພາະ ແນໃສ່ກຳໃຫ້ໄດ້ສະພາບການຕ່າງໆ ເພື່ອຮັບປະກັນໃຫ້ພາຍໃນເມືອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພໂດຍພື້ນຖານ.

ໃນຊຸມປີ 2014-2019 ຄະນະໜ່ວຍພັກພະແນກ ໄດ້ມີຜົນງານໃນການຊີ້ນຳ-ນຳພາວຽກງານ ວິຊາສະເພາະ ສາມາດເກັບກຳໄດ້ ວ່າ: ເມືອງຈັນທະບູລີ ມີ 5 ກຸ່ມ, ມີ 30 ບ້ານ, ມີ 1.053 ໜ່ວຍ, ມີ 12.295 ຫຼັງຄາ, ມີ 13.258 ຄອບຄົວ, ມີພົນລະເມືອງ 70.656 ຍິງ 36.310 ຄົນ, ຄອບຄົວຕ່າງດ້າວ 296 ຄອບຄົວ ມີ 579 ຄົນ ຍິງ 304 ຄົນ, ຍັງບໍ່ທັນຂຶ້ນສຳມະໂນຄົວ 837 ຄົນ ຍິງ 441 ຄົນ, ເປັນຄອບຄົວ 86 ຄອບຄົວ ມີ 311 ຄົນ ຍິງ 141 ຄົນ, ເປັນບຸກ ຄົນ 173 ຍິງ 95 ຄົນ, ຄົນເພີ່ມ 3.316 ຄົນ ຍິງ 1.738 ຄົນ, ຄົນຫຼຸດ 2.541 ຄົນ ຍິງ 1.281 ຄົນ.