ພິທີເຊັນສັນຍາໂຄງການ-ສ້ອມແປງຊົນລະປະທານ 5 ແຫ່ງ ທີ່ຖືກຜົນກະທົບຈາກໄພພິບັດທໍາມະຊາດ ລະຫວ່າງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫົງສາ ແຂວງໄຊຍະບູລີ ບໍລິສັດ ສີກັນໃຈ ກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ ຜູ້ດຽວ ເຈົ້າຂອງໂຄງການ ໃນທ້າຍອາທິດຜ່ານມາ, ໂດຍມີ ທ່ານ ພອນສະຫັວນ ໄຊສົມພັນ ຮອງເຈົ້າເມືອງໆຫົງສາ, ທ່ານ ວັນໄຊ ສີກັນໃຈ ປະທານບໍລິສັດກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ ຜູ້ດຽວ, ພ້ອມດ້ວຍພາກສ່ວນທີ່ກຽ່ວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ມີຄື:

  • ໂຄງການຊົນລະປະທານຫ້ວຍຂີ້ໝົດ ບ້ານແທ່ນຄໍາ 151 ລ້ານກວ່າກີບ
  • ໂຄງການຊົນລະປະທານຫ້ວຍເຍີ ບ້ານແທ່ນຄໍາ ມູນຄ່າ 430 ລ້ານກວ່າກີບ
  • ໂຄງການຊົນລະປະທານນໍ້າແກນ 1 ບ້ານສີບຸນເຮືອງ ມູນຄ່າ 2,6 ຕືກວ່າກີບ
  • ໂຄງການຊົນລະປະທານນໍ້າເຫຼືອກ ບ້ານນາສ້ານ ມູນຄ່າ 150 ລ້ານກວ່າກີບ
  • ໂຄງການຊົນລະປະທານຫ້ວຍໄລ່ ບ້ານຫ້ວຍໄລ່ ມູນຄ່າ 34 ລ້ານກວ່າກີບ
ຕາງໜ້າເຈົ້າຂອງໂຄງການໂດຍ ທ່ານ ພົມມາ ພົມມະຫານ - ທ່ານ ວັນໄຊ ສີກັນໃຈ
ຕາງໜ້າເຈົ້າຂອງໂຄງການໂດຍ ທ່ານ ພົມມາ ພົມມະຫານທ່ານ ວັນໄຊ ສີກັນໃຈ

ລວມມູນຄ່າທັງໝົດແລ້ວ ແມ່ນ 4,37 ຕື້ກວ່າກີບ ໂດຍຈະນໍາໃຊ້ ງົບປະມານບ້ວງໂຄງການຟື້ນຟູສ້ອມແປງຊົນລະປະທານຂອງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ຮ່ວມກັບ ພະແນກແຜນການ ແລະ ການລົງທຶນແຂວງ ຈະເປັນເຈົ້າການໃນການຂຶ້ນແຜນສະເໜີງົບປະມານຊໍາລະ ແຕ່ລະສົກປີ; ສ່ວນວຽກການກໍ່ສ້າງ ແມ່ນຈະໄດ້ລົງມືຈັດຕັ້ງປະຕິບັດ ແຕ່ວັນທີ 23 ເດືອນພຶດສະພາ 2019 – 23 ພຶດສະພາ 2020 ເຊິ່ງໃຊ້ເວລາ 12 ເດືອນ ຈຶ່ງຈະສໍາເລັດ.

ພິທີເຊັນບົດບັນທຶກຮ່ວມກັນຄັ້ງນີ້ ຕາງໜ້າເຈົ້າຂອງໂຄງການໂດຍ ທ່ານ ພົມມາ ພົມມະຫານ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ທ່ານ ວັນໄຊ ສີກັນໃຈ ປະທານບໍລິສັດກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ ຜູ້ດຽວ.