ຂະແໜງພະລັງງານ ແລະ ບໍ່ແຮ່ ສະຫຼຸບຕີລາຄາ-ຖອດຖອນບົດຮຽນ ປະຈຳປີ 2018

0
1259
ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່

ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມສະຫຼຸບຕີລາຄາ, ຖອດຖອນບົດຮຽນ ຂະແໜງການພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2018 ແລະ ໄຕມາດທີ I ປີ 2019 ໃນວັນທີ 3 ມິຖຸນາ 2019, ໂດຍການເປັນປະທານຂອງ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີ ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງທົ່ວປະເທດ, ຕາງໜ້າບັນດາກະຊວງ, ອົງການສູນກາງທີ່ກ່ຽວຂ້ອງ, ຫົວໜ້າ-ຮອງກົມ, ພະແນກ, ຫ້ອງການ, ສະຖາບັນ, ຮອງອໍານວຍການບັນດາລັດວິສາຫະກິດ ອ້ອມຂ້າງກະຊວງ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງ ເຂົ້າຮ່ວມ.

ທ່ານ ປອ ຄໍາມະນີ ອິນທິລາດ ກ່າວວ່າ:

ມາເຖິງປັດຈຸບັນ ໄດ້ດໍາເນີນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ທີ່ມີລັກສະນະເປັນລະບົບຄົບຊຸດ, ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ຕໍ່ເນື່ອງ ແລະ ມີດ້ານທີ່ໄດ້ຮັບການພັດທະນາຢ່າງກ້າວກະໂດດ, ລວມຍອດມູນຄ່າການຜະລິດ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2018 ບັນລຸໄດ້ 28.247 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11%, ເຊິ່ງໄດ້ປະກອບສ່ວນ GDP ແຫ່ງຊາດ 16.8% ໃນຂະແໜງພະລັງງານ ເພີ່ມຂຶ້ນ 13,5% ແລະ ຂະແໜງບໍ່ແຮ່ ເພີ່ມຂຶ້ນ 7,5% ເຊິ່ງໃນຊຸມປີຜ່ານມາ ໄດ້ຮັບຜົນສໍາເລັດໃນການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ທີ່ໜັກແໜ້ນຕໍ່ເນື່ອງ.

ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 63 ແຫ່ງ
ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 63 ແຫ່ງ

ມາຮອດປັດຈຸບັນ, ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 63 ແຫ່ງ ລວມກໍາລັງຕິດຕັ້ງ 7.213 ເມກາວັດ, ສາມາດຜະລິດກະແສໄຟຟ້າ ໄດ້ປະມານ 37.035 ລ້ານກິໂລວັດໂມງຕໍ່ປີ; ໃນນີ້, ປະມານ 85% ຈະສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ ເຊິ່ງຜົນສໍາເລັດທີ່ກ້າວກະໂດດໃນການພັດ ທະນາດ້ານນີ້ ໄດ້ສ້າງເງື່ອນໄຂຕອບສະໜອງການຊົມໃຊ້ພະລັງງານໄຟຟ້າ ຢູ່ພາຍໃນປະເທດຢ່າງພໍພຽງ ແລະ ການສົ່ງອອກ ກໍນັບມື້ເພີ່ມຂຶ້ນ.

ກອງປະຊຸມສະຫຼຸບຕີລາຄາ, ຖອດຖອນບົດຮຽນ ຂະແໜງການພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2018 ແລະ ໄຕມາດທີ I ປີ 2019
ກອງປະຊຸມສະຫຼຸບຕີລາຄາ, ຖອດຖອນບົດຮຽນ ຂະແໜງການພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2018 ແລະ ໄຕມາດທີ I ປີ 2019

ໃນຊຸມປີຕໍ່ໜ້າ, ປະເທດລາວເຮົາ ໄດ້ຄາດຄະເນຄວາມຕ້ອງການພະລັງງານໄຟຟ້າ ເປັນຕົ້ນແມ່ນຮອດປີ 2020 ສະເພາະການຊົມໃຊ້ຢູ່ໃນປະເທດ ແມ່ນຍັງມີຄວາມຕ້ອງການຊົມໃຊ້ຢູ່ພາຍໃນປະລິມານທີ່ສູງພໍສົມຄວນ ເພື່ອຮັບໃຊ້ບັນດາໂຄງການຍຸດທະສາດ, ໂຄງການບຸລິມະສິດຂອງລັດຖະບານ ເປັນຕົ້ນການພັດທະນາເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ເຊິ່ງຫຼາຍກວ່າ 10 ແຫ່ງໃນທົ່ວປະເທດ, ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ, ໂຄງການກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າ ແລະ ໂຄງການຂຸດຄົ້ນປຸງແຕ່ງແຮ່ທາດ.

ນອກນັ້ນ, ລັດຖະບານ ຍັງໄດ້ມີນະໂຍບາຍກະຕຸ້ນສົ່ງເສີມເສດຖະກິດຂະໜາດນ້ອຍ, ຂະໜາດກາງ, ຂະໜາດໃຫຍ່, ນັບທັງໂຄງການພັດທະນາຊົນນະບົດ, ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ-ຂົນສົ່ງ ແລະອື່ນໆ.

ຂະແໜງການພະລັງງານ ແລະ ບໍ່ແຮ່
ຂະແໜງການພະລັງງານ ແລະ ບໍ່ແຮ່

ສະເພາະ ຂະແໜງການພະລັງງານ ແລະ ບໍ່ແຮ່ ກໍໄດ້ມີການສຶກສາຄົ້ນຄວ້ານະໂຍບາຍລາຄາໄຟຟ້າ ເພື່ອກະຕຸກຊຸກຍູ້ໃຫ້ຜູ້ຊົມໃຊ້ໄຟຟ້າ ໃນພາກອຸດສາຫະກໍາ ໃຫ້ໄດ້ 50-60% ພາຍໃນ 5 ປີຕໍ່ໜ້າ; ພ້ອມກັນນີ້, ລັດຖະບານ ໄດ້ມີສັນຍາຮ່ວມມືສຶກສາຄວາມເປັນໄປໄດ້ໃນການຊື້-ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າ ກັບບັນດາປະເທດໃກ້ຄຽງ.