ພິທີມອບ-ຮັບລົດມອດໄຟ ຈໍານວນ 1 ຄັນ ພ້ອມທັງອຸປະກອນຄົບຊຸດ, ກ່າວມອບໂດຍ ທ່ານ ບຸນເພັງ ສາຍນໍລະດີ ສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນ ແຂວງວຽງຈັນ

ໃນວັນທີ 31 ພຶດສະພາ 2019, ສະພາປະຊາຊົນ ແຂວງວຽງຈັນ ແລະ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບລົດມອດໄຟ ຈໍານວນ 1 ຄັນ ພ້ອມທັງອຸປະກອນຄົບຊຸດ, ກ່າວມອບໂດຍ ທ່ານ ບຸນເພັງ ສາຍນໍລະດີ ສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນ ແຂວງວຽງຈັນ ແລະ ຮັບໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ບຸນເພັງ ສາຍນໍລະດີ ກ່າວວ່າ:

ເພື່ອປະຕິບັດຕາມຂໍ້ຕົກລົງຂອງ ຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 416/ຄລສ ລົງວັນທີ 24 ພຶດສະພາ 2019 ວ່າດ້ວຍ ການມອບລົດມອດໄຟໃຫ້ ສະພາປະຊາຊົນ ແຂວງວຽງຈັນ ພ້ອມທັງປະຕິບັດຕາມຂໍ້ຕົກລົງຂອງ ປະທານສະພາປະຊາຊົນ ແຂວງວຽງຈັນ ສະບັບເລກທີ 41/ສພຂ,ວຈ ລົງວັນທີ 30 ພຶດສະພາ 2019 ວ່າດ້ວຍ ການມອບລົດມອດໄຟໃຫ້ ກອງບັນຊາການ ປກສ ແຂວງວຽງຈັນ ຈຳນວນ 1 ຄັນ ພ້ອມອຸປະກອນຄົບຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອກຽມພ້ອມມອດໄຟຢູ່ພາຍໃນແຂວງວຽງຈັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດທ່ວງທັນກັບສະພາບການ ທີ່ອາດຈະເກີດຂຶ້ນ ໃນຕໍ່ໜ້າ.

ພົຈວ ປອ ທອງເຄນ ບຸນໝັ້ນ ໄດ້ສະແດງຄວາມຂອບອົກ-ຂອບໃຈຕໍ່ ສະພາປະຊາຊົນ ແຂວງວຽງຈັນ ທີ່ເຫັນໄດ້ເຖິງວຽກງານສະກັດກັ້ນ ແລະ ອັກຄີໄພ ເຊິ່ງເປັນວຽກງານໜຶ່ງທີ່ສຳຄັນ ເພື່ອເຮັດໜ້າທີ່ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່ ກໍຄືຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ.

ພາຍຫຼັງໄດ້ຮັບລົດມອດໄຟ ແລະ ອຸປະກອນຈຳນວນດັ່ງກ່າວ ຈະກຽມພ້ອມຮັບມືກັບສະພາບອັກຄີໄພ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າໃຫ້ທ່ວງທັນກັບເວລາ, ປະຈໍາການຕະຫຼອດ 24 ຊົ່ວໂມງ, ກຽມລົດ ແລະ ອຸປະກອນຮັບໃຊ້ມອດໄຟ ໃຫ້ຢູ່ໃນທ່າກຽມພ້ອມສະເໝີ ແລະ ຈະພ້ອມກັນປົກປັກຮັກສາລົດ, ອຸປະກອນຮັບໃຊ້ຕ່າງໆ ໃຫ້ຢູ່ໃນສະພາບດີ ແລະ ສາມາດນຳໃຊ້ໄດ້ຍາວນານ.