ວັນທີ 4 ມິຖຸນາ 2019, ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ຄຳສັ່ງຂອງລັດຖະມົນຕີກະ ຊວງ ປກສ ກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍໃນກຳລັງປ້ອງກັນຄວາມສະຫງົບ ແລະ ປາຖະກະຖາວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ຄົບຮອບ 59 ປີ (24 ພຶດສະພາ 1960-24
ພຶດສະພາ 2019) ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ສັນຕິບານໄດ້ຮັບຮູ້ ແລະ ເຂົ້າໃຈ ແລ້ວນໍາໄປຈັດຕັ້ງໃຫ້ເກີດຜົນສຳເລັດ; ເປັນປະທານໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ.

ພັທ ວົງດາລາ ຄຳຮຸ່ງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ສັນຕິບານ ໃຫ້ຮູ້ວ່າ: ຄໍາສັ່ງຂອງລັດຖະມົນຕີກະຊວງ ປກສ ສະບັບເລກ ທີ 583/ປກສ, ລົງວັນທີ 3 ເມ ສາ 2019 ວ່າດ້ວຍການນໍາໃຊ້ສື່ສັງຄົມອອນລາຍໃນກຳລັງປ້ອງກັນຄວາມສະຫງົບ ໄດ້ກໍານົດເນື້ອໃນ ແລະ ຫ້າມນາຍ ແລະ ພົນຕຳຫຼວດຕົວະຍົວະ, ຫຼອກລວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ສ້າງຄວາມປັ່ນປ່ວນ, ສ້າງຄວາມຂັດແຍ່ງ, ກໍ່ຄວາມເສຍຫາຍຕໍ່ບົດບາດ ແລະ ອິດທິ ພົນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ; ຫ້າມນາຍ ແລະ ພົນຕຳຫຼວດຖ່າຍຮູບນຸ່ງເຄື່ອງແບບຕິດຊັ້ນ, ປະກອບອາວຸດເຕັກນິກຕ່າງໆ, ໂພສລົງ, ກົດໄລ້, ກົດແຊ, ຕັດຕໍ່, ເສີມແຕ່ງ
ຮູບພາບ, ມີຄຳຄິດ-ຄຳເຫັນລັກສະນະບໍ່ສ້າງສັນ, ປັ່ນປ່ວນ, ໝິ່ນປະໝາດ, ແຕະຕ້ອງເຖິງກຽດສັກສີຂອງພັກ-ລັດ, ການຈັດຕັ້ງ, ສິດທິສ່ວນບຸກຄົນ ແລະ ແຕະຕ້ອງເຖິງຮີດຄອງປະເພນີອັນດີງາມຂອງຊາດ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມລົງໃນອິນເຕີເນັດ, ເຟດບຸກ, ວັອດແອັບ, ວີແຊັດ, ລາຍ, ອິນສະຕາແກຣມ, ທະວິດເຕີ, ຢູທູບ ແລະ ສື່ສັງຄົມອອນລາຍອື່ນໆ ທີ່ເປັນການເປີດເຜີຍຄວາມລັບຂອງຊາດ, ຂອງກຳລັງ ປກສ ໃຫ້ກຸ່ມຄົນບໍ່ດີນຳເອົາໄປໂຄສະນາພິກປີ້ນ, ທັບຖົມ, ໂຈມຕີຕໍ່ກຳລັງ ປກສ, ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ສຳລັບມູນເຊື້ອວັນແຫກຄຸກໂພນເຄັງຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ທ່ານ ໄດ້ຍົກໃຫ້ເຫັນວ່າ: ເຫດການດັ່ງກ່າວແມ່ນການແຫກຄຸກອອກຈາກຄຸກໂພນເຄັງຂອງບັນດາທ່ານຜູ້ນໍາ, ເຊິ່ງວັນເວລາຜ່ານໄປເກືອບ 300 ວັນຜູ້ນໍາເຮົາທີ່ຢູ່ໃນຄຸກໄດ້ຂົນຂວາຍສາລະວັດທະຫານທີ່ເຂົ້າມາເວນຍາມໃນຄຸກໄດ້ຮັບໝາກຜົນເປັນຢ່າງດີ, ການວາງແຜນກະກຽມເສັ້ນທາງ, ກຽມຈິດ-ກຽມໃຈ, ກຽມເຄື່ອງໃຊ້ທີ່ຈໍາເປັນ ແລະ ອາວຸດ, ປອມຕົວເປັນສາລະວັດທະຫານຍ່າງອອກປະຕູຄຸກເບື້ອງທາງເລກ ທີ 13 ໃຕ້ປະຕູໃຫຍ່ຂອງກະຊວງປ້ອງກັນປະເທດໃນປັດຈຸບັນ; ໃຊ້ເວລາເດີນທາງຫຼາຍວັນຫຼາຍຄືນ ແລະ ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນ ຈົນສາມາດເດີນທາງຮອດເຂດທີ່ໝັ້ນຢ່າງປອດໄພ.